Home ກາຍໃຈຄວາມຢ້ານຂອງແມ່ຍິງ

ຄວາມຢ້ານຂອງແມ່ຍິງ

ກ້າວຂ້າມອຸປະສັກ ແລະ ຄວາມກັງວົນ ສູ່ການເປັນຜູ້ນຳຍິງທີ່ແຂງແກ່ນ 👑👩‍💼

by NorKhame
0 comments

ແມ່ຍິງທີ່ກາຍເປັນຜູ້ປະກອບການ ແລະ ການນຳຂອງອົງການທຸລະກິດ ຫຼື ການເມືອງຕ່າງໆ ສິ່ງໜຶ່ງທີ່ ສະແດງ ອອກໃນສາຍຕາຂອງສັງຄົມ ແມ່ນການຊະນະຄວາມແຕກໂຕນທາງເພດ.

ຫຼາຍໆສັງຄົມຈະເລືອກເພດຊາຍ ເປັນການນຳ. ມີແມ່ຍິງຫຼາຍໆຄົນທີ່ ມີຄວາມສາມາດຈະກັງວົນວ່າ ຈະສ້າງການຍອມຮັບໃນວົງການທີ່ເຕັມ ໄປດ້ວຍຜູ້ຊາຍ ໄດ້ແນວໃດ. ຕໍ່ກັບຄວາມຢ້ານດັ່ງກ່າວ ແລະ ຄວາມກັງວົນຂອງການນຳຍິງກໍ່ບໍ່ໄດ້ ມີໜ້ອຍ ກວ່າການນຳເພດຊາຍ ແລະ ມີຫຼາຍໆ ບັນຫາກໍ່ເປັນຄວາມຢ້ານສິ່ງດຽວກັນກັບການນຳລະດັບສູງ ບໍ່ວ່າຈະເປັນ ຍິງຫຼືຊາຍ.

“ຖ້າຫາກສັງເກດເບິ່ງຄົນທີ່ປະສົບຜົນສຳເລັດທີ່ສຸດ ແມ່ນພວກເພິ່ນມັກຈະເປັນຄົນທີ່ຖາມຫາ ຫຼື ຊອກຫາໃນ ສິ່ງທີ່ຕ້ອງການຈາກກຸ່ມຄົນໃດໜຶ່ງ ບໍ່ວ່າຈະເປັນຄວາມຮັບຜິດຊອບ ຫຼື ເງິນ.”

ສະເພາະຜູ້ຍິງທີ່ຢູ່ໃນຕຳແໜ່ງການນຳ ທີ່ເປັນເຈົ້າຂອງທຸລະກິດ ສິ່ງທີ່ຈະຊ່ວຍໃຫ້ຜ່ານຜ່າຄວາມຢ້ານກົວ ແລະ ກາຍເປັນທີ່ຍອມຮັບໄດ້ ມີການປະຕິບັດດັ່ງນີ້:

  1. ການລົງມືເຮັດຕົວຈິງ ການລິເລີ່ມກິດຈະກຳທຸລະກິດໃໝ່ໆ ມັກຈະຄິດຫາຫຼາຍໆສະຖານະການທັງດີ ແລະ ບໍ່ດີ. ເຊັ່ນວ່າ ຈະເຮັດ ແນວໃດ ຖ້າຫາກສິ່ງນັ້ນສິ່ງນີ້ເກີດຂຶ້ນ. ເມື່ອທ່ານຄິດຫຼາຍ ແລະ ຈິນຕະນາການໄປໄກ ມັນຍິ່ງເຮັດໃຫ້ທ່ານພົບກັບ ບັນຫາທີ່ຍາກຈະແກ້ໄຂ. ແທນທີ່ຈະຄິດໃນຮູບການດັ່ງກ່າວ ທ່ານຄວນລົງມືເຮັດໄປເລີຍ. ຍິ່ງທ່ານ ເຮັດຫຼາຍ ທ່ານຈະຍິ່ງຮູ້ຈັກ ວິທີການແກ້ບັນຫາສະເພາະໜ້າ. ການລົງມືເຮັດຕົວຈິງ ຈະເປັນຮູບແບບທີ່ຊ່ວຍ ໃຫ້ທ່ານ ສາມາດ ຫຼຸດຜ່ອນ ຄວາມຢ້ານ ແລະ ຄວາມກັງວົນ ຕໍ່ກັບສະຖານະການໄດ້ດີ.
  2. ເປັນຕົວຂອງຕົວເອງ ນັກທຸລະກິດຍິງບາງຄົນ ມັກຈະສ້າງໃຫ້ຕົນເອງເປັນຄືກັບຜູ້ຊາຍ. ການເຮັດແບບນັ້ນ ມັນບໍ່ໄດ້ເປັນຜົນດີ ໃນ ໄລຍະຍາວ. ສິ່ງທີ່ຄວນເຮັດຄື: ໃຫ້ເປັນຕົວຂອງຕົນເອງໃຫ້ດີທີ່ສຸດ. ການສ້າງທຸລະກິດເປັນສິ່ງທີ່ຍາກລຳບາກ ແລະ ໃຊ້ເວລາຫຼາຍ. ແນ່ນອນ ທ່ານບໍ່ສາມາດສ້າງພາບ ທີ່ບໍ່ແມ່ນຕົວຂອງຕົນເອງໄດ້ຕະຫຼອດ ເວລາ.
  3. ສຸມໃສ່ສະເພາະວຽກງານ ຖ້າຫາກທ່ານນຳເອົາຄວາມຄິດທີ່ວ່າ: “ ເປັນຫຍັງຄືບໍ່ມີຜູ້ຍິງຫຼາຍຄົນໃນວົງການທຸລະກິດ? ” ຖ້າຫາກທ່ານ ຄິດເລື່ອງດັ່ງກ່າວ ມັນຈະເຮັດໃຫ້ທ່ານເສຍເວລາ ແລະ ບໍ່ໄດ້ຊ່ວຍສ້າງໃຫ້ທຸລະກິດທ່ານມີຄວາມ ກ້າວໜ້າ. ໃຫ້ທ່ານລືມ ຄວາມຄິດດັ່ງກ່າວ ແລະ ສຸມໃສ່ວຽກງານຂອງບໍລິສັດ ທີ່ຈຳເປັນຕ້ອງໄດ້ແກ້ໄຂ ຫຼື ພັດທະນາໃຫ້ມີ ຄວາມກ້າວໜ້າ. ເປັນຕົ້ນການສ້າງລະບົບການບໍລິການ, ການຈ້າງຄົນ, ການຝຶກອົບຮົມ, ແລະ ພັດທະນາການ ຜະລິດ.
  4. ກ້າທີ່ຈະຖາມຫາໃນສິ່ງທີ່ຕ້ອງການ ຫຼາຍໆຄັ້ງ ຜູ້ຍິງມັກຈະມີຄວາມອາຍ ເຊັ່ນວ່າ ອາຍທີ່ຈະຖາມລູກຄ້າວ່າມັກສິນຄ້າຊະນິດໃດ, ເພື່ອໃຫ້ລູກຄ້າ ສົນໃຈສິນຄ້າຂອງບໍລິສັດຕົນ. ການອາຍທີ່ຈະຖາມ ຫຼື ກັງວົນວ່າ ຈະເບິ່ງບໍ່ດີໃນສາຍຕາຂອງຜູ້ອື່ນ ມັນຈະເຮັດ ໃຫ້ທ່ານ ເສຍໂອກາດ. ຖ້າທ່ານຕ້ອງການສິ່ງໃດໜຶ່ງ ຈາກຄົນອື່ນ ທ່ານຕ້ອງໄດ້ຖາມພວກເພິ່ນ. ເຊັ່ນ ຖ້າ ຕ້ອງການໃຫ້ເຂົາເຈົ້າ ຊື້ສິນຄ້າ ຂອງທ່ານ ທ່ານກໍ່ຕ້ອງໄດ້ຖາມວ່າ ສິນຄ້າປະເພດໃດທີ່ເຂົາເຈົ້າຕ້ອງການ? ຈະຊື້ຫຼາຍປານໃດ? ແລະ ຈະໃຫ້ ສົ່ງໃນສະຖານ ທີ່ໃດ? ການຖາມຄຳຖາມລູກຄ້າດັ່ງກ່າວ ມັນເປັນການ ສ້າງໂອກາດ ໃຫ້ທຸລະກິດ ຂອງທ່ານໄດ້ເຂົ້າໄປມີສ່ວນຮ່ວມກັບຜູ້ອື່ນ.

ຖ້າຫາກສັງເກດເບິ່ງຄົນທີ່ປະສົບຜົນສຳເລັດທີ່ສຸດ ແມ່ນພວກເພິ່ນມັກຈະເປັນຄົນທີ່ຖາມຫາ ຫຼື ຊອກຫາໃນ ສິ່ງທີ່ ຕ້ອງການຈາກກຸ່ມຄົນໃດໜຶ່ງ ບໍ່ວ່າຈະເປັນຄວາມຮັບຜິດຊອບ ຫຼື ເງິນ. ຊອກຫາຄົນແນະນຳ ການເລີ່ມເຮັດທຸລະກິດ ຫຼາຍໆຄົນມັກມີຄວາມວິຕົກກັງວົນໃນການຕັດສິນໃຈ ແລະ ການດຳເນີນທຸລະກິດປະ ຈຳວັນ. ຄົນຊີ້ແນະ ມັກຈະເປັນຄົນທີ່ສະເໜີແນະແນວທາງ, ການແນະນຳທີ່ຫຼາກຫຼາຍ ເພື່ອຊ່ວຍ ໃຫ້ທ່ານໄດ້ ເຫັນໃນມຸມມອງ ໃໝ່ໆ ແລະ ຫຼຸດການຕັດສິນແບບຕາມອາລົມຈິດຂອງຕົນເອງ. ຂໍ້ດີຂອງຄົນແນະນຳ ຫຼື ຄົນຊີ້ແນະ ບໍ່ໄດ້ເປັນສິ່ງທີ່ຈຳ ເປັນທີ່ສຸດ ແຕ່ມັນມີຄວາມຈຳເປັນຫຼາຍໃນການເຮັດທຸລະກິດ ເພາະທ່ານອາດຕ້ອງ ການຄົນທີ່ເບິ່ງໃນຫຼາຍໆມຸມມອງ ກ່ອນການຕັດສິນບັນຫາ ຫຼື ພິຈາລະນາບັນຫາ.

ບາງຄົນມີຄົນແນະນຳໃກ້ຊິດ ເຊິ່ງເປັນເພື່ອນທີ່ເຄີຍເຮັດທຸລະກິດມາກ່ອນ ເຊິ່ງອາດໃຫ້ຄຳປຶກສາຜ່ານ ທາງ ໂທລະສັບ ເປັນປະຈຳ. ໃນກໍລະນີທີ່ທ່ານຍັງບໍ່ມີຄົນແນະນຳ, ທ່ານຄວນຫາໂອກາດ ເຂົ້າຮ່ວມງານພົບປະ ສັງສັນກັບກຸ່ມ ນັກທຸລະກິດໃນວົງການດຽວກັນ, ເຊິ່ງທ່ານຈະໄດ້ພົບກັບຜູ້ທີ່ມີປະສົບການ ເຊິ່ງອາດຈະກາຍ ມາເປັນຜູ້ໃຫ້ຄຳແນະນຳໃນ ອະນາຄົດ.

ແມ່ຍິງຍຸກໃໝ່! ທ່ານເຄີຍມີຄວາມຢ້ານກົວໃນການເປັນຜູ້ນຳ ຫຼື ເຮັດທຸລະກິດບໍ່? ມາແຊຣ໌ວິທີກ້າວຜ່ານມັນກັນ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?