Home ສາຍສຳພັນຮ່ວມຝັນ

ຮ່ວມຝັນ

ຮ່ວມຝັນ: ປ່ອຍວາງອະດີດ ແລ້ວເລີ່ມຕົ້ນໃໝ່ເພື່ອສ້າງຄຸນຄ່າໃຫ້ສັງຄົມ ✨🤝

by NorKhame
0 comments

ຫາກ​ຊີວິດ​ຄົນ​ເຮົາໝູນວຽນ​ໄປ​ເລື້ອຍໆ, ພວກ​ເຮົາ​ຕ້ອງ​ເມື່ອຍ​ລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງ​ປີ​ໃໝ່ ​ເປັນ​ໂອກາດ​ໄດ້​ທົບ​ທວນ ​ແລະ ປ່ອຍ​ວາງ​ອະດີດ ທີ່​ບໍ່ດີ​ໄວ້​ຂ້າງ​ຫຼັງ. ປິ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອ​ເລີ່ມຕົ້ນ​ໃສ່​ສິ່ງໃໝ່ແລະ​ດີໆ​ໃນ​ອີກ 365 ວັນ​ຂ້າງໜ້າ.

ຈະ​ມີ​ຈັກຄົນ​ທີ່ໄດ້​ທຸກໆຢ່າງ​ທີ່​ຕົນ​ເອງ​ຕ້ອງການ​ບໍ່ວ່າ​ຈະ​ເປັນ​ວັດຖຸ, ​ເງິນ​ທອງ, ຄົນ​ຮັກ, ​ແລະ ຖານະ​ຕຳແໜ່ງ ໃນປີທີ່ຜ່ານມາ. ຫາກ​ທ່ານ​ບໍ່​ເປັນໜຶ່ງ​ໃນ​ນັ້ນ, ກໍ່ໝາຍວ່າ​ປີ​ໃໝ່ທີ່​ຈະ​ມານີ້ກໍ່ຍິ່ງ​ຕ້ອງ​ໄດ້​ບຸກບືນ​ແລະ​ສານ​ຕໍ່ຄວາມ​ຝັນ​ເພື່ອ​ຍາດ​ແຍ່ງ. ຂ້າພະ​ເຈົ້າວາດ​ພາບ​ບໍ່ອອກ​ວ່າ ຊີວິດ​ທີ່​ບໍ່ມີ​ເປົ້າໝາຍ ​ແລະ ຄວາມ​​ຝັນ ຈະ​ເປັນ​ຊີວິດ​ທີ່​ມີ​ຄວາມໝາຍ​ແນວ​ໃດ? ຊ່ວງປີໃໝ່ນີ້ ອາດມີຫຼາຍໆທ່ານໄດ້ສ້າງຄວາມຝັນ ແລະ ປາດຖະໜາສິ່ງໃໝ່ໆ. ໃນນີ້ກໍ່ຢາກຂໍມີສ່ວນຮ່ວມໃນການແນະນຳການສ້າງຝັນຂອງທ່ານວ່າ ຄວນຈະສ້າງໄປໃນທິດທາງໃດ.

​ເພື່ອ​ເຮັດ​ໃຫ້ການ​ດຳລົງ​ຊີວິດ​ມີ​ຄວາມໝາຍຫຼາຍຂຶ້ນ, ​ຄວາມ​ຝັນ​ທີ່​ຍິ່ງ​ໃຫຍ່​ໜ້າຈະ​ເປັນ​ການ​ຝັນ​ເພື່ອ​ສ້າງ​ສິ່ງ​ດີໆ​ໃຫ້​ກັບ​ສັງຄົມ. ຜົນ​ປະ​ໂຫຍ​ດສັງຄົມ​ຕ້ອງ​ໄດ້​ຮັບ​ການ​ຍົກ​ຂຶ້ນມາ​ເປັນ​ບັນຫາ​ໃຈກາງ ​ແລະ ກາຍ​ເປັນ​ຄວາມ​ຝັນ​ທີ່​ບຸກຄົນ​ຕ້ອງ​ໄດ້​ຮ່ວມ​ກັນ​ສ້າງ​ຂຶ້ນ. ເນື່ອງຈາກການພັດທະນາປະເທດຊາດ ຫຼື ຄວາມເປັນຢູ່ຂອງສັງຄົມໜຶ່ງໆໃຫ້ມີຄວາມຈະເລີນຮັ່ງມີ ແມ່ນຄວາມພະຍາຍາມຂອງຄົນໃນຊາດ. ຫາກການດຳລົງຊີວິດ ພຽງເພື່ອຕອບສະໜອງຄວາມຕ້ອງການທາງວັດຖຸສ່ວນຕົວແລ້ວ ຊີວິດການເປັນຢູ່ຂອງຄົນເຮົາ ກໍ່ອາດຈະບໍ່ຕ່າງຫຍັງກັບສັດອື່ນໆໃນໂລກ.

“ຈະມີການພັດທະນາໄດ້ກໍ່ຕ້ອງແມ່ນການເກີດຄວາມຕັ້ງໃຈຂອງບຸກຄົນ. ເມື່ອແຕ່ລະບຸກຄົນຕັ້ງໜ້າຮັບຜິດຊອບໜ້າທີ່ຕົນເອງສຳເລັດທີ່ວາງໄວ້, ສັງຄົມກໍ່ຈະເລີນຂຶ້ນ.”

ແຕ່ຄົນເຮົາມີຄວາມແຕກຕ່າງ, ເຮົາມີຈິດສຳນຶກຮ່ວມ, ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ຄວາມເມດຕາ. ທັງໝົດນັ້ນ ມັນຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອ ເຮົາຮູ້ຈັກສ້າງຄວາມຝັນໃຫ້ຕົນເອງເປັນຜູ້ໃຫ້. ການໃຫ້ບໍ່ຈຳເປັນວ່າ ທ່ານຈະຕ້ອງບໍລິຈາກຊັບສົມບັດ ຫຼື ເງິນທອງ. ການສ້າງທຸລະກິດຂອງທ່ານໃຫ້ມີຄວາມດີລ້ຳເລີດ ແລະ ໃຫ້ບໍລິການແກ່ສັງຄົມດີຂຶ້ນ ກໍ່ໝາຍວ່າທ່ານໄດ້ສ້າງຄວາມສຳເລັດໃຫ້ແກ່ສັງຄົມເຊັ່ນດຽວກັນ.

​ຫາກທ່ານ​ບໍ່ຄິດ​ເຫັນວ່າທ່ານມີຄວາມສຳຄັນຕໍ່​ປະ​ເທດ​ຊາດ, ​ກໍ່ຈົ່ງ​ເລັ່ງ​​ໃສ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ໂດຍ​ບໍ່ບຽດບຽນສັງຄົມ. ດ້ວຍ​ການ​ສ້າງສັນ​ຜະລິດຕະພັນ​ ​ແລະ ການ​ບໍລິການ​ທີ່​ດີ​ເລີດ​ຮັບ​ໃຊ້ສັງຄົມ. ຫາກ​ທ່ານ​ສາມາດ​ຫັນ​ຕົນ​ເອງ​ເປັນ​ຄົນທີ່​ສ້າງ​ຄຸນຄ່າ​ໃຫ້​ແກ່​ສັງຄົມ ດ້ວຍ​ການ​ປະດິດ​ສິນຄ້າ, ​ໃຫ້​ບໍລິການ​ຊ່ວຍ​ພັດທະນາ​ຊຸມ​ຊົນ ກໍ່ຈົ່ງ​ຄຳນຶງວ່າ: ຄຸນຄ່າ​ໃດ​ທີ່​ທ່ານ​ຈະ​ມອບ​ໃຫ້​ແກ່​ສັງຄົມ​ຈາກ​ການ​ດຳ​ເນີນ​ທຸລະ​ກຳນັ້ນ. ຂ້າພະເຈົ້າເຊື່ອວ່າ: ຈະມີການພັດທະນາໄດ້ກໍ່ຕ້ອງແມ່ນການເກີດຄວາມຕັ້ງໃຈຂອງບຸກຄົນ. ເມື່ອແຕ່ລະບຸກຄົນຕັ້ງໜ້າຮັບຜິດຊອບໜ້າທີ່ຕົນເອງສຳເລັດທີ່ວາງໄວ້, ສັງຄົມກໍ່ຈະເລີນຂຶ້ນ.

ເປົ້າໝາຍສຳຄັນທີ່ສຸດຂອງທ່ານໃນປີນີ້ແມ່ນຫຍັງ? ມາຮ່ວມແບ່ງປັນຄວາມຝັນກັນເດີ້ 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?