Home ສາຍສຳພັນ500 ເປັນ 55000

500 ເປັນ 55000

ຈາກ 500 ເປັນ 55,000: ບົດຮຽນການສ້າງຊາດຈາກສິງກະໂປ ທີ່ລາວເຮົາຄວນຮຽນຮູ້! 📈🏙️

by NorKhame
0 comments

ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍບັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໝັ້ນຄົງທາງດ້ານການເມືອງ ແລະ ເສດຖະກິດທີ່ເຂັ້ມແຂງ.

ເມື່ອເບິ່ງສິງກະໂປໃນວັນນີ້, ຫຼາຍໆຄົນອາດບໍ່ເຊື່ອວ່າເຂົາເຈົ້າໄດ້ເຈິບັນຫາຫຍັງແດ່ໃນການສ້າງສາປະເທດຊາດ. ຕອນຖືກແຍກປະເທດໃນປີ 1965, ລາຍຮັບສະເລ່ຍຂອງພົນລະເມືອງ ແມ່ນ 500 ໂດລາ/ຄົນ. ພຽງໄລຍະເວລາກວ່າ 50 ປີ, ປະເທດໄດ້ກາຍມາເປັນໜຶ່ງປະເທດພັດທະນາ ໂດຍມີລາຍຮັບສະເລ່ຍກວ່າ 55,000 ໂດລາ/ຄົນ. ເຮົາອາດຄິດວ່າ, ຍ້ອນເຂົາເຈົ້າມີທາງອອກສູ່ທະເລ, ຈຶ່ງເຮັດໃຫ້ມີການຄ້າຂາຍໄດ້ງ່າຍ. ແຕ່ມາເບິ່ງຫຼາຍໆປະເທດທີ່ມີທາງອອກສູ່ທະເລ, ກໍ່ຍັງບໍ່ສາມາດສ້າງໃຫ້ປະເທດຕົນເອງພັດທະນາໄດ້. ການພັດທະນາຊັບພະຍາກອນມະນຸດ ເປັນຈຸດສຸມຫຼັກໃນການສ້າງສາປະເທດ. ເນື່ອງຈາກວ່າຄົນເປັນບໍ່ເກີດຂອງການຜະລິດທຸກຢ່າງ. ປະຊາຊົນສ່ວນໃຫຍ່ທີ່ອົບພະຍົບມາທີ່ສິງກະໂປ ບໍ່ວ່າຈະມາຈາກຈີນແຜ່ນດິນໃຫຍ່ ເຂົ້າມາທີ່ສິງກະໂປແມ່ນລ້ວນແລ້ວແຕ່ເປັນຄົນຄິດຊອກຫາຈາກການຄ້າຂາຍສິນຄ້າ. ມູນເຊື້ອດັ່ງກ່າວໄດ້ຕິດພັນມາກັບຄົນສິງກະໂປແຕ່ໃດໆມາ.

“ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍບັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ.”

ສຳລັບ ສ ປ ປ ລາວ, ກໍ່ມີພື້ນຖານການພັດທະນາອີກແບບ. ປະຊາຊົນແຕ່ເກົ່າກໍ່ບໍ່ໄດ້ເປັນຄົນມີຄວາມຮູ້ປານໃດ. ຕົກເປັນຫົວເມືອງຂຶ້ນນັບ 100 ປີ. ຖືກກົດໜ່ວງແຮງງານ ແລະ ບໍ່ໄດ້ຖືກການສົ່ງເສີມໃນການຜະລິດຈາກເຈົ້າອານານິຄົມພໍປານໃດ. ເຮັດໃຫ້ຂາດຫົວຄິດປະດິດສ້າງ ແລະ ເອົາຊີວິດຕິດພັນກັບທຳມະຊາດ. ເນື້ອທີ່ຂອງປະເທດລາວມີຫຼາກຫຼາຍດ້ວຍຊົນຊາດຊົນເຜົ່າທີ່ຕ່າງກໍ່ມີຮີດຄອງປະເພນີມາແຕ່ເກົ່າ. ບໍ່ມີການຄ້າຂາຍ ແລະ ເປີດປະຕູສູ່ພາຍນອກຄືກັບສິງກະໂປ. ປະຈຸບັນ, ທາງລັດຖະບານລາວໄດ້ດຳເນີນ ນະໂຍບາຍການເຊື່ອມໂຍງສາກົນ ແລະ ການສ້າງສິ່ງອຳນວຍຄວາມສະດວກການເຊື່ອມຕໍ່ທາງດ້ານທາງບົກ ແລະ ທາງອາກາດ. ພ້ອມດຽວກັນນັ້ນ, ການສະໜັບສະໜູນດ້ານການສຶກສາກໍ່ເພີ່ມຂຶ້ນ. ນັ້ນໝາຍວ່າປະເທດກຳລັງເດີນໃນທາງທີ່ຖືກ. ເຊິ່ງໃນຕໍ່ໜ້າ 50 ປີ ການພັດທະນາປະເທດອາດກ້າວໄປສູ່ການເປັນປະເທດທີ່ພັດທະນາໄດ້ແນ່ນອນ.

ສິ່ງທີ່ໜ້າຈະຊ່ວຍໃຫ້ປະເທດຊາດເຮົາພັດທະນາໄວຂຶ້ນ ກໍ່ຄືປະຊາຊົນລາວ. ເຮົາບໍ່ສາມາດຖ້າໃຫ້ລັດຖະບານມາພັດທະນາປະເທດພຽງຢ່າງດຽວ. ປະຊາຊົນເຮົາຕ້ອງໄດ້ຫັນປ່ຽນແນວຄິດ, ສ້າງການຮ່ວມມື ແລະ ຊ່ວຍເຫຼືອກັນໃນການພັດທະນາ, ສ້າງຕົນເອງໃຫ້ເຂັ້ມແຂງເພື່ອໃຫ້ປະເທດຊາດຮັ່ງມີ.

ທ່ານຄິດວ່າຈຸດແຂງອັນໃດຂອງຄົນລາວ ທີ່ຈະຊ່ວຍພັດທະນາປະເທດເຮົາໃຫ້ກ້າວໜ້າໄດ້ໄວທີ່ສຸດ? 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?