ສຳລັບຫຼາຍໆທ່ານການເຮັດທຸລະກິດ ເປັນການເຂົ້າໄປຢູ່ໃນມວນຊົນ ເປັນຈຳນວນຫຼວງຫຼາຍ. ຄວາມຮູ້ສຶກໂດດດ່ຽວ ມັນບໍ່ໄດ້ເກີດຂຶ້ນກັບ ການໃຊ້ເວລາຢູ່ຄົນດຽວ ແຕ່ມັນເປັນຊ່ວງທີ່ບາງຄັ້ງ ອາດບໍ່ມີໃຜສະໜັບສະໜູນ ຫຼື ເຂົ້າໃຈແນວທາງທຸລະກິດ ທີ່ຕົນເອງຕ້ອງການ ຫຼື ຊອກຫາ ຫົນທາງຮ່ວມງານກັນ ໃນວິກິດໃດໆໜຶ່ງ.
ໃນສະພາບດັ່ງກ່າວ ເຖິງຈະຢູ່ຮ່ວມເປັນຫຼາຍໆສິບຄົນແຕ່ ຄວາມຮູ້ສຶກໂດດດ່ຽວມັກຈະມາຖາມຫາ. ຄວາມຮູ້ສຶກໂດດດ່ຽວມັນເກີດຂຶ້ນກັບຊີວິດຄູ່ເຊັ່ນດຽວກັນ. ມັນປຽບເໝືອນກັບແວ່ນແຍງ ໃຫ້ຕົນເອງເຫັນວ່າເປັນຄົນແປກ ຈາກກຸ່ມໂດຍທີ່ອາດບໍ່ມີໃຜໆໃນເວົ້າຫຍັງແນວນັ້ນອອກມາ. ຈົນເຮັດໃຫ້ທ່ານອາດມີຄວາມຮູ້ສຶກຫວ່າງເປົ່າ, ໂດດດ່ຽວປ່ຽວພອຍ ແລະ ມັນເປັນຄວາມຮູ້ສຶກທີ່ ຫຼາຍໆຄົນບໍ່ຢາກພົບພໍ້.
ຈາກຄວາມຮູ້ສຶກໂດດດ່ຽວ, ບາງຄົນທີ່ບໍ່ສາມາດອອກຈາກຄວາມຮູ້ສຶກດັ່ງກ່າວ ມັນອາດພັດທະນາກາຍເປັນໂລກຄວາມກົດດັນລະດັບສູງ. ຈົນເຮັດໃຫ້ເສຍສຸຂະພາບກາຍ ແລະ ຈິດ, ຫຼື ສ້າງພຶດຕິກຳທີ່ບໍ່ດີຕໍ່ຮ່າງກາຍ ເຊັ່ນ: ກິນອາຫານບໍ່ຕົງກັບເວລາ, ຂາດສະມາທິ ແລະ ອາດເປັນການສ້າງບຸກຄະລິກກະພາບທີ່ບໍ່ດີໃນອະນາຄົດ. ຍາມໃດກໍ່ຕາມທີ່ຕົວທ່ານມີຄວາມຮູ້ສຶກດັ່ງກ່າວ ຈົ່ງໃຫ້ທ່ານປະເຊີນໜ້າກັບຄວາມຮູ້ສຶກດັ່ງກ່າວ.
ມີຫຼາຍຄົນເວລາພົບກັບຄວາມຮູ້ສຶກດັ່ງກ່າວ ມັກຈະຫາສິ່ງບັນເທີງ ເພື່ອສ້າງໃຫ້ຕົນເອງ ມີສີສັນ. ເນື່ອງຈາກວ່າຕ້ອງການສິ່ງໃໝ່ໆເຂົ້າມາໃນຊ່ວງເວລາດັ່ງກ່າວ ເພື່ອເຮັດໃຫ້ລືມສະຖານະການນັ້ນໄປ, ເຊັ່ນ: ບາງຄົນກິນເຫຼົ້າເພື່ອດັບເສົ້າ. ແຕ່ຖ້າຫາກຕົນເອງ ເຂົ້າໃຈຄວາມຮູ້ສຶກໂດດດ່ຽວ ເຊິ່ງເປັນຄວາມຮູ້ສຶກຫວ່າງເປົ່າ, ແລະ ກົດດັນນັ້ນ ມັນຈະເຮັດໃຫ້ຕົນເອງເຫັນໄດ້ສະພາບຂອງຄວາມຮູ້ສຶກນັ້ນໆ.
ເມື່ອຕົນເຫັນຄວາມຮູ້ສຶກໂດດດ່ຽວເປັນແນວໃດແລ້ວ, ການທີ່ຈະຫັນເຂົ້າຫາຄວາມຮູ້ສຶກອື່ນແທນນັ້ນມັນເປັນສິ່ງທີ່ຕ້ອງໄດ້ເຝິກຫັດ ແລະ ຮຽນຫຼາຍໆເຕັກນິກ. ການຮຽນຮູ້ທີ່ດີທີ່ສຸດກໍ່ຄືການເປີດຕົວເອງເຂົ້າສູ່ຄວາມຮູ້ສຶກໂດດດ່ຽວ, ເປີດໃຫ້ຕົວເອງຮູ້ສຶກກັບມັນ ແລະ ເຫັນຕົວຕົນຂອງຄວາມຮູ້ສຶກໂດດດ່ຽວ. ນີ້ເປັນໂອກາດທີ່ຈະເຮັດໃຫ້ຕົນເອງຮຽນຮູ້ ກ່ຽວກັບຕົວທ່ານເອງ, ຮູ້ຈັກຄວາມເຈັບປວດ ແລະ ຊອກຫາທາງອອກດ້ວຍຕົວທ່ານເອງ.
“ການຮຽນຮູ້ທີ່ດີທີ່ສຸດກໍ່ຄືການເປີດຕົວເອງເຂົ້າສູ່ຄວາມຮູ້ສຶກໂດດດ່ຽວ, ເປີດໃຫ້ຕົວເອງຮູ້ສຶກກັບມັນ ແລະ ເຫັນຕົວຕົນຂອງຄວາມຮູ້ສຶກໂດດດ່ຽວ.”
ໃນໄລຍະການເປີດຕົວເອງໃຫ້ຮູ້ຈັກຄວາມຮູ້ສຶກດັ່ງກ່າວ ຈະເຮັດໄດ້ໂດຍການເຮັດສະມາທິ ເພື່ອໃຫ້ເຫັນວ່າ ຮ່າງກາຍຂອງທ່ານມີຄວາມຮູ້ສຶກແນວໃດ? ຄວາມຮຸນແຮງຂອງສະພາບ ແລະ ຈະຫັນປ່ຽນຕົນເອງໄປຫາທາງໃດ? ທ່ານຕ້ອງໄດ້ເພີ່ມຄວາມສົນໃຈຫາກັບທຸກໆຄວາມຮູ້ສຶກ ທີ່ທ່ານຮັບຮູ້ນັ້ນໆໃຫ້ລະອຽດ ແລະ ມັນກໍ່ບໍ່ເປັນສິ່ງທີ່ທ່ານຈະຮູ້ດີວ່າ ມັນບໍ່ໄດ້ມີຄວາມຫຍຸ້ງຍາກແຕ່ແນວໃດ.
ໃຫ້ທ່ານເບິ່ງເລິກເຂົ້າໄປ ແລະ ເບິ່ງໃຫ້ເຫັນວ່າ ມີສິ່ງໃດແດ່ທີ່ເປັນຄວາມຮູ້ສຶກໃນໄລຍະນັ້ນໆ ດ້ວຍຄວາມຕັ້ງໃຈ: ມັນແມ່ນຄວາມຮູ້ສຶກຕ້ອງການຄວາມເຂົ້າໃຈ, ຄວາມໃກ້ຊິດ, ການປັບຕົວໃຫ້ດີຂຶ້ນ, ຫຼື ອື່ນໆ. ໃຫ້ສັງເກດເບິ່ງທຸກໆຄວາມຮູ້ສຶກ ໃນຂະນະນັ້ນ.
ແລະ ສິ່ງໃດແດ່ທີ່ທ່ານສາມາດເຕີມເຕັມໄດ້ດ້ວຍທ່ານເອງ ແລະ ສິ່ງໃດຕ້ອງການຈາກຄົນອື່ນ.
ມັນບໍ່ເປັນເລື່ອງງ່າຍທີ່ຈະເຝິກສະມາທິໃຫ້ເຫັນຕົນເອງ. ແຕ່ຖ້າຫາກທ່ານບໍ່ໃຊ້ເວລາໃນການພິຈາລະນາດ້ວຍຕົນເອງ ຫຼື ການຊອກຫາສິ່ງອື່ນ ຫຼື ຄົນອື່ນມາເຕີມເຕັມຕະຫຼອດ ມັນຈະເປັນການສ້າງໃຫ້ມີການອີງແອບ ແລະ ຮູ້ສຶກຂາດໃນເວລາທີ່ບໍ່ມີສິ່ງນັ້ນໆເຂົ້າມາໃນຊີວິດ. ຕົວທ່ານຄວນໃຊ້ເວລາໃດໜຶ່ງໃນການຢູ່ຫ່າງໄກຈາກສຽງລົບກວນ, ແລະ ຄວາມວຸ້ນວາຍ ເພາະວ່າການເຫັນຕົນເອງມີແຕ່ກໍລະນີທີ່ທ່ານນັ່ງສະມາທິ ແລະ ໃຊ້ເວລາໃນການສັງເກດເບິ່ງຕົວຕົນ ແລະ ສະພາບແວດລ້ອມ ທີ່ຕົນເອງດຳລົງຢູ່.
ໃນຂະນະທີ່ທ່ານພົບເຫັນຄວາມຮູ້ສຶກທາງໃນ ທ່ານຈະພົບວ່າຕົວທ່ານເອງເປັນຄົນກຳນົດຄວາມຮູ້ສຶກ ຫຼື ສ້າງຄວາມຮູ້ສຶກ ໂດດດ່ຽວນັ້ນຂຶ້ນມາ ແລະ ມີແຕ່ຕົວທ່ານເອງ ຈະເປັນຜູ້ທີ່ກຳນົດຄວາມຮູ້ສຶກມີຄວາມສຸກ ໃນຂະນະທີ່ທ່ານນັ່ງຢູ່ ຫຼື ຈະເລືອກເປັນທຸກ. ແລ້ວທ່ານຈະເຫັນຈາກການນັ່ງສະມາທິວ່າ ບໍ່ວ່າຈະຢູ່ ຄົນດຽວ ຫຼື ຫຼາຍຄົນ ການກຳນົດຄວາມຮູ້ສຶກ ເປັນສິ່ງທີ່ທ່ານເຮັດໄດ້ ດ້ວຍຕົວທ່ານເອງ.
ການເຝິກນັ່ງສະມາທິເປັນປະຈຳ ມັນຈະເຮັດໃຫ້ຄົນເຫັນຄວາມຮູ້ສຶກຂອງຕົນເອງ ໃນແຕ່ລະໄລຍະ. ທ່ານອາດຈະເຂົ້າຮ່ວມ ນັ່ງສະມາທິເປັນກຸ່ມ ຫຼື ເຂົ້າຮ່ວມການເຝິກອົບຮົມໃນກໍລະນີທີ່ຕ້ອງການຮຽນຮູ້ເຕັກນິກໃໝ່ໆ. ມັນຈະເປັນການເປີດໂອກາດ ໃຫ້ທ່ານໄດ້ແລກປ່ຽນປະສົບການກັບຄົນອື່ນໆ ທີ່ມີຄວາມສົນໃຈຄ້າຍຄືກັນ.
ເວລາທີ່ຮູ້ສຶກໂດດດ່ຽວ, ທ່ານມີວິທີດູແລຈິດໃຈຕົນເອງແນວໃດແດ່? ແຊຣ໌ວິທີຮັກສາໃຈນຳກັນເດີ້ 👇