Home ຮັບໃຊ້ສັງຄົມເຮັດແນວໃດຈຶ່ງຈະເປັນເລີດ?

ເຮັດແນວໃດຈຶ່ງຈະເປັນເລີດ?

ສ້າງຄວາມເປັນເລີດໃນຕົວທ່ານ: ວິທີປ່ຽນຄວາມຕັ້ງໃຈໃຫ້ກາຍເປັນຜົນສຳເລັດ 🌟🏆

by NorKhame
0 comments

“ຄວາມເປັນເລີດຈະບໍ່ເກີດຂຶ້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂຶ້ນມາໃນໂລກ ມັນຈະເກີດຂຶ້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ ”

ສະນັ້ນ ຖ້າຫາກທ່ານຕ້ອງການເປັນເລີດ ຄວນຖາມຕົນເອງວ່າ ທ່ານຈະສ້າງຫຍັງທີ່ມີຄວາມແຕກຕ່າງ ໃຫ້ແກ່ຊີວິດອື່ນໆໃນສັງຄົມ. ໃຫ້ທ່ານທົບທວນເບິ່ງໜ້າວຽກທີ່ທ່ານກຳລັງເຮັດຢູ່, ເຊິ່ງອາດຈະກຳລັງເປັນການສ້າງສິ່ງແຕກຕ່າງຂຶ້ນມາຢູ່ແລ້ວ-ແລ້ວທ່ານຈະຫັນກັບເຂົ້າມາຫາຕົວເອງ ເພື່ອເຮັດໜ້າທີ່ວຽກງານນັ້ນໃຫ້ໄດ້ດີ ຄືແນວໃດ? ຫຼື ຄວນພິຈາລະນາສ້າງໂຄງການໃດໜຶ່ງຕິດຕາມໄປນຳ ແລະ ໃຊ້ເວລາໃນການເຮັດມັນຂຶ້ນມາ ພ້ອມໆກັບໜ້າວຽກອື່ນ.

ຈົ່ງໃຫ້ຄວາມຊ່ວຍເຫຼືອແກ່ຄົນອ້ອມຂ້າງຕົວທ່ານ.

ແລະກໍ່ຈົ່ງຮັບຮູ້ໄວ້ວ່າ ສິ່ງສຳຄັນທີ່ສຸດ ຂອງການສ້າງສັນສິ່ງດີໆໃນສັງຄົມຂຶ້ນມາ ແມ່ນການຕັ້ງເປົ້າໄປທີ່ການພັດທະນາຊີວິດຂອງຄົນອື່ນ. ມັນເປັນການຍາກທີ່ຈະຄວບຄຸມຜົນຂອງງານ ແຕ່ສິ່ງທີ່ສາມາດຄວບຄຸມໄດ້ແມ່ນ ຄວາມຕັ້ງໃຈ. ທ່ານຄວນປະກົດຕົວໃນແຕ່ລະວັນ ດ້ວຍຈຸດປະສົງທີ່ແຮງກ້າກວ່າວັນທີ່ຜ່ານມາ.

“ຄວາມເປັນເລີດຈະບໍ່ເກີດຂຶ້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການເປັນຢູ່.”

ໃຫ້ທ່ານວາງແຜນ. ປະລະສິ່ງທີ່ບໍ່ມີຄວາມສຳຄັນ. ແລະ ໃຫ້ຄຳນຶງວ່າ ໃນຊີວິດນີ້ມີຄວາມຈຳກັດ ແລະ ມັນເປັນຊີວິດທີ່ສວຍງາມ ແລະ ທ່ານບໍ່ຄວນເສຍເວລາແມ້ແຕ່ນາທີດຽວກັບສິ່ງທີ່ບໍ່ສຳຄັນ.

ໃຫ້ທ່ານດຳເນີນຕາມແຮງບັນດານໃຈໃນການສ້າງສັນສິ່ງໃດໜຶ່ງຂຶ້ນມາ ດ້ວຍຄວາມທຸ້ມເທ. ໃຫ້ຍຶດຖືເປັນສິ່ງທີ່ສຳຄັນ ແລະ ໃຫ້ປະລະສິ່ງອື່ນໆ, ຖ້າຫາກມັນບໍ່ສະໜັບສະໜູນການເຮັດວຽກ ເຊັ່ນ: ສຸຂະພາບທີ່ດີ ຈະຊ່ວຍເຮັດໃຫ້ວຽກງານເຮັດໄດ້ດີ, ເຊິ່ງລວມທັງການກິນອາຫານ, ການອອກກຳລັງກາຍ ແລະ ການນອນ. ໃຫ້ທ່ານຈົ່ງເຝິກແອບພຶດຕິກຳດີໆຈົນກວ່າທ່ານມີຄວາມຊິນເຄີຍກັບມັນ.

ການເຮັດວຽກດ້ວຍຄວາມມຸ່ງໝັ້ນ, ກັບຈິດໃຈອັນແຮງກ້າ, ເພື່ອຜັກດັນການງານໃດໜຶ່ງໃຫ້ເປັນຜົນຂຶ້ນມາ: ສິ່ງນີ້ຄື ຄວາມດີເລີດ.

ສຳລັບທ່ານແລ້ວ, ຄຳວ່າ “ຄວາມເປັນເລີດ” ໝາຍເຖິງຫຍັງໃນໜ້າທີ່ການງານຂອງທ່ານ? 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?