ມີໂອກາດເປັນໄປໄດ້ສູງ ວ່າທ່ານອາດຖືກການກົດຂີ່ທາງດ້ານຈິດໃຈ ໃນຫ້ອງການເຮັດວຽກ. ຖ້າຫາກທ່ານ ເຮັດວຽກຮ່ວມກັບຄົນອື່ນ ທ່ານຈະຕ້ອງພົບກັບບັນຫານີ້ ບໍ່ວ່າຫຼາຍກໍ່ໜ້ອຍ ຕະຫຼອດ ໄລຍະການເຮັດວຽກ ຂອງທ່ານ.
ການສຳຫຼວດບັນຫາດັ່ງກ່າວ ໄດ້ມີຂຶ້ນທີ່ປະເທດອາເມລິກາ ເຊິ່ງເປັນບ່ອນທີ່ມີການແຂ່ງຂັນກັນເຮັດວຽກ ເປັນຈຳນວນຫຼວງຫຼາຍ ພົບວ່າປະມານ 37% ຂອງຄົນງານກຳມະກອນ ຫຼື ປະມານ 54 ລ້ານຄົນ ຖືກການດູຖູກຢຽດຢາມ ໃນຫ້ອງການ, ຫຼື ຖືກປະຕິບັດໃນຮູບແບບທີ່ຊັກນຳໄປຫາ ຄວາມສ່ຽງດ້ານສຸຂະພາບ. ຂໍ້ມູນດັ່ງກ່າວແມ່ນໄດ້ມາຈາກ ການສຳຫຼວດຂອງອົງການສາກົນ ຊື່: ຊອກບີ້. ເຊິ່ງມີປະມານ 49% ພະນັກງານໃນຫ້ອງການ ຫຼື ປະມານ 71 ລ້ານຄົນເຫັນເຫດການ.
ບັນຫາມີຢູ່ບ່ອນວ່າ, ບໍ່ວ່າທ່ານຈະຖືກທາລຸນນະກຳຢ່າງຮຸນແຮງ ທ່ານບໍ່ສາມາດໄຈ້ແຍກມັນໄດ້ວ່າ ເປັນການທາລຸນທາງຈິດໃຈ.
ຊ່ຽວຊານຂະແໜງການດັ່ງກ່າວໄດ້ເວົ້າວ່າ ສາເຫດຂອງການບໍ່ຮັບຮູ້ການຖືກທາລຸນກໍ່ແມ່ນ ຍ້ອນວ່າປະເພດພຶດຕິກຳທີ່ກ່າວມາ ຍັງບໍ່ທັນເປັນທີ່ຈະແຈ້ງໃນສັງຄົມ. ບັນຫານີ້ເອງເຮັດໃຫ້ຄົນທົ່ວໄປບໍ່ຮູ້ວ່າເຈົ້ານາຍ ຫຼື ເພື່ອນຮ່ວມງານ ເຮັດການທາລຸນນະກຳ. ນອກນັ້ນ ກໍ່ຍັງຕິດພັນກັບຄວາມອັບອາຍສ່ວນຕົວ ທີ່ບໍ່ຢາກເປີດເຜີຍວ່າຕົນເອງຖືກທາລຸນ.
“ຫຼາຍຄົນຖືກທາລຸນຈົນເຖິງຂັ້ນກັບວ່າມີອາລົມທາງຈິດບໍ່ປົກກະຕິ ແລະ ບໍ່ຢາກໄປເຮັດວຽກ ຫຼື ອາດເປັນຜົນກະທົບຕໍ່ກັບປະສິດທິພາບການເຮັດວຽກ.”
ຫຼາຍຄົນຖືກທາລຸນຈົນເຖິງຂັ້ນກັບວ່າມີອາລົມທາງຈິດບໍ່ປົກກະຕິ ແລະ ບໍ່ຢາກໄປເຮັດວຽກ ຫຼື ອາດເປັນຜົນກະທົບຕໍ່ກັບປະສິດທິພາບການເຮັດວຽກ. ມີຫຼາຍຄົນກໍ່ບໍ່ຮູ້ວ່າສາເຫດທີ່ເຮັດໃຫ້ຕົນເອງປ່ຽນໄປໃນທາງທີ່ບໍ່ດີ ອັນເນື່ອງມາຈາກການຖືກທາລຸນໃນຫ້ອງການ ຈົນກວ່າຕົກຢູ່ໃນອາການໜັກ. ບັນຫາດັ່ງກ່າວ ແມ່ນກໍ່ໃຫ້ເກີດປັນຫາໃຫຍ່ຫຼວງຕາມມາສຳລັບຜູ້ໃຊ້ແຮງງານ ແລະ ລູກຈ້າງ.
ຜົນເສຍກໍ່ຄືວ່າປະມານ 45% ທີ່ໄດ້ຮັບການທາລຸນໃນຫ້ອງການ ມີປັນຫາດ້ານຄວາມກົດດັນ ຈົນເຮັດໃຫ້ເກີດບັນຫາໂລກຈິດ ແລະ ສຸຂະພາບອ່ອນເພຍ ເຊັ່ນ: ເຮັດໃຫ້ການໄຫຼວຽນ ຂອງເລືອດຜິດປົກກະຕິ, ລະບົບຂັບຖ່າຍບໍ່ປົກກະຕິ, ກັງວົນ ແລະອາດເກີດເປັນໂລກຄວາມກົດດັນລະດັບແຮງ.
ບັນຫາການທາລຸນພະນັກງານເປັນຜົນເສຍຕໍ່ກັບຄວາມໜ້າເຊື່ອຖືຂອງບໍລິສັດ ເຊິ່ງມັນຫຼາຍກວ່າ ການສູນເສຍເງິນໃຫ້ພະນັກງານໃນກໍລະນີອື່ນໆ. ຖ້າຫາກມີຂ່າວແຜ່ຫຼາຍໃນວົງກວ້າງ, ຈະເປັນຜົນ ຕໍ່ກັບການດຶງດູດພະນັກງານເຂົ້າມາເຮັດວຽກ ແລະ ຜົນເສຍອື່ນໆໃນໄລຍະຍາວ.
ຜົນການວິໄຈຂອງມະຫາວິທະຍາໄລ ມານິໂຕບາ ໄດ້ພົບວ່າ ການທາລຸນ ມີຄວາມຮຸນແຮງກວ່າ ການແບ່ງແຍກເພາະມັນເປັນສາເຫດໃຫ້ການເຮັດວຽກມີຄວາມກົດດັນ, ບໍ່ມີກຳລັງໃຈໃນການເຮັດວຽກ ແລະ ມີຄວາມກັງວົນສູງ.
ໃນບາງປະເທດມີກົດໝາຍຄຸ້ມຄອງພຶດຕິກຳຂອງບຸກຄົນພາຍໃນບໍລິສັດ, ພະນັກງານແຕ່ລະຄົນ ຈະຖືກສອນໃຫ້ຮັບຮູ້ບັນຫາຕິດພັນກັບການທາລຸນກ່ອນການເຮັດວຽກ. ເຊັ່ນ: ຖ້າຫາກພະນັກງານຄົນໃດ ຫາກມີການເຈັບປ່ວຍກ່ອນການເລີ່ມເຮັດວຽກປະຈຳອາທິດ, ທ່ານຕ້ອງໄດ້ໃຊ້ຄວາມຄິດທົບທວນ ເບິ່ງວ່າ ມັນແມ່ນຍ້ອນເກີດຈາກການທາລຸນໃດໆບໍ່.
ຄວນເບິ່ງວ່າມີເຫດການໃດທີ່ຕິດພັນກັບຫົວໜ້າທີ່ ມີພຶດຕິກຳ ຮ້ອງແຮງໆໃສ່ທ່ານ ຕໍ່ໜ້າພະນັກງານຄົນອື່ນ ຫຼື ເຮັດໃຫ້ທ່ານໝົດຄວາມໝາຍ ຫຼື ຕຳນິກ່ຽວກັບການເຮັດວຽກໃນລະຫວ່າງກອງປະຊຸມ, ຫຼື ພຶດຕິກຳທີ່ສ້າງສະຖານະການກົດດັນຕ່າງໆໂດຍທີ່ບໍ່ໄດ້ເວົ້າອອກມາ. ເຄີຍຖືກຕັດອອກຈາກກຸ່ມໃນຊ່ວງອາຫານທ່ຽງ ຫຼື ການພົບປະ? ສິ່ງນັ້ນ ມັນໝາຍເຖິງການທາລຸນ ເຊັ່ນດຽວກັນ.
ຖ້າຫາກທ່ານພົບກັບບັນຫາດັ່ງກ່າວນັ້ນແລ້ວ ທ່ານຕ້ອງຖາມຕົນເອງວ່າ ມັນຈະເປັນການດີບໍ່ ທີ່ຕ້ອງສ່ຽງສຸຂະພາບ ແລະ ຊີວິດກັບສະຖານທີ່ເຮັດວຽກດັ່ງກ່າວ.
ທ່ານຄິດວ່າການສ້າງສະພາບແວດລ້ອມການເຮັດວຽກທີ່ດີ ປາສະຈາກການກົດຂີ່ຈິດໃຈ ຄວນເລີ່ມຕົ້ນຈາກໃຜ? 👇