ຄົນສູງອາຍຸໃນບາງປະເທດໃຊ້ເວລາຊ່ວງສຸດທ້າຍ ໃນການທ່ອງທ່ຽວ, ພັກຜ່ອນ ແລະ ເບິ່ງແຍງຫຼານ. ແຕ່ຍັງມີຄົນແກ່ທີ່ຫຼາຍໆມຸມໂລກ ເຮັດວຽກຄືກັບໄວໜຸ່ມ. ຫຼາຍໆຄົນເຮັດເພື່ອລ້ຽງຊີບ, ແຕ່ກໍ່ມີຫຼາຍຄົນເຮັດເພາະບໍ່ຢາກຢູ່ບ້ານລ້າໆ.
ປະເທດ ທີ່ມີສະຫວັດດີການດີທີ່ສຸດ ກໍ່ແມ່ນນອນໃນແຖບ ປະເທດ ສະແກນດິເນເວຍ ເຊິ່ງປະກອບມີ ສະວີເດັນ, ເດັນມາກ, ຟິນແລນ, ນໍເວ ແລະ ແຖບປະເທດ ເອີຣົບເໜືອ. ການຈັດສັນງົບປະມານເພື່ອສະຫວັດ ດີການສັງຄົມກວມເອົາຫຼາຍໆຂົງເຂດ ນັບແຕ່ໂຮງຮຽນ, ໂຮງໝໍ, ເງິນອຸດໜູນ, ເງິນອຸບັດຕິເຫດ, ເງິນໄພຫວ່າງງານ, ເງິນຄົນພິການ ແລະ ອື່ນໆ.
ມີຫຼາຍຫາງສຽງຈາກກຸ່ມຄົນທີ່ຮັ່ງມີວ່າ ສິ່ງດັ່ງກ່າວນັ້ນບໍ່ເໝາະສົມ ເພາະເງິນທີ່ຄົນຮັ່ງມີຫາມາໄດ້ນັ້ນ ເປັນເງິນທີ່ທຸລະກິດຕ້ອງໄດ້ອອກເຫື່ອເທແຮງຫາມາດ້ວຍຄວາມລຳບາກ ແຕ່ຕ້ອງໄດ້ນຳມາຈ່າຍອາກອນ ເພື່ອຊ່ວຍເຫຼືອຄົນທີ່ວ່າງງານ. ການສ້າງລະບົບດັ່ງກ່າວ ໃນບາງແງ່ມຸມ ມັນເຮັດໃຫ້ຄົນບໍ່ຢາກເຮັດວຽກ. ໂດຍສະເພາະວຽກງານທີ່ໃຊ້ແຮງງານຄົນ ເປັນຫຼັກຈະບໍ່ຄ່ອຍມີຄົນມັກເຮັດ ແຕ່ກັບນັ່ງຖ້າເອົາເງິນສະຫວັດດີການ. ມີຫຼາຍໆລະບົບສະຫວັດດີການສ້າງໃຫ້ມີການປະກອບສ່ວນ. ເຊັ່ນ: ກ່ອນໄດ້ເງິນໄພວ່າງງານ, ກໍ່ຕ້ອງມີການປະກອບສ່ວນທາງກິດຈະກຳສັງຄົມ ຫຼື ເຂົ້າຮ່ວມການເຝິກອົບຮົມເພີ່ມຄວາມສາມາດເພື່ອໃຫ້ສາມາດຫາວຽກໄດ້.
“ຫຼາຍໆຄົນເຮັດເພື່ອລ້ຽງຊີບ, ແຕ່ກໍ່ມີຫຼາຍຄົນເຮັດເພາະບໍ່ຢາກຢູ່ບ້ານລ້າໆ.”
ລະບົບ ສະຫວັດດີການ ໄດ້ມີການດັດແກ້ໃນຫຼາຍໆຂົງເຂດເພື່ອສ້າງໃຫ້ຄົນພົ້ນຈາກຂີດຄວາມທຸກຈົນ ແລະ ທີ່ແນ່ນອນກໍ່ບໍ່ເຮັດໃຫ້ຄົນນັ້ນເກີດຄວາມຂີ້ຄ້ານອອກຫາວຽກເຮັດ. ແຕ່ຈະໃຫ້ມີຄວາມສົມດຸນ ທັງສອງຢ່າງນັ້ນ ເປັນຈຸດທີ່ຫາຍາກ. ເພາະຈິດສຳນຶກ ແລະ ຄວາມຢາກໄດ້ຂອງຄົນນັ້ນ ວັດແທກບໍ່ໄດ້. ຂົງເຂດສະຫວັດດີການທີ່ຫຼາຍໆປະເທດພັດທະນາກໍາລັງເລັ່ງໃສ່ມີຄື: ແມ່ຍິງທີ່ໃຫ້ກຳເນີດລູກໃໝ່, ການພັດທະນາເດັກນ້ອຍ ແລະ ຄົນຊະລາ. ມີຫຼາຍໆສະຖາບັນການສຶກສາ, ໂຮງພະຍາບານ ແລະ ການບໍລິການທາງສັງຄົມໄດ້ສ້າງຂຶ້ນມາຮັບໃຊ້ກຸ່ມຄົນດັ່ງກ່າວ. ລະບົບສະຫວັດດີການເຫຼົ່ານີ້ ຊ່ວຍໃຫ້ຄົນເຖົ້າຄົນແກ່ ສາມາດໃຊ້ຊີວິດບັ້ນປາຍໄດ້ຢ່າງມີກຽດ ແລະ ໄດ້ຮັບການເບິ່ງແຍງທີ່ດີ.
ຖ້າທ່ານອາຍຸ 60 ປີຂຶ້ນໄປ, ທ່ານຢາກຈະພັກຜ່ອນຢູ່ບ້ານ ຫຼື ຍັງຢາກອອກໄປເຮັດວຽກທີ່ຮັກຢູ່? ມາແລກປ່ຽນກັນ! 👇