Home ວິໄສທັດວິທີຫາຄະນະບໍລິຫານບໍລິສັດ

ວິທີຫາຄະນະບໍລິຫານບໍລິສັດ

ວິທີຫາທີມບໍລິຫານ: ປົດລັອກທຸລະກິດຂອງທ່ານ ໃຫ້ກ້າວສູ່ຄວາມເປັນມືອາຊີບ 🤝💼

by NorKhame
0 comments

ຈະຫາຄະນະບໍລິຫານງານທີ່ມີຄວາມສາມາດໄດ້ຈາກໃສ ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ. ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.

ຈຸດດີອັນໜຶ່ງຂອງການເຮັດເອງໝົດແມ່ນ ທ່ານສາມາດຄວບຄຸມໄດ້ໝົດທຸກຢ່າງ ແຕ່ທ່ານຈະຂາດໂອກາດການເຮັດ ວຽກກັບຄົນທີ່ມີຄວາມສາມາດ ແລະ ທັງຍັງຂາດຄວາມຮູ້ດ້ານວິຊາການບາງຢ່າງ ທີ່ອາດມີຄວາມຈຳເປັນ ໃນການ ສ້າງ ໃຫ້ທຸລະກິດກາຍເປັນມືອາຊີບ ແລະ ໃຫ້ມີຄວາມຢູ່ລອດ. ນອກນັ້ນ ມັນຍັງເຮັດໃຫ້ບາງຄັ້ງທ່ານຂາດການຕັດສິນ ໃຈທີ່ມີປະສິດທິຜົນ ຫຼື ລັງເລ. ບໍລິສັດຂະໜາດນ້ອຍຈະບໍ່ສົນໃຈສ້າງຄະນະບໍລິຫານງານ ເພາະພວກເພິ່ນຄິດວ່າ ຄະນະ ດັ່ງກ່າວ ແມ່ນມີຄວາມສຳຄັນ ສຳລັບບໍລິສັດ ຂະໜາດໃຫຍ່ ຫຼື ຄິດວ່າມັນຈະເຮັດໃຫ້ການບໍລິຫານມີຄວາມ ສັບສົນ ແລະ ຊັກຊ້າ.

ໃນປະເທດລາວ ເລື່ອງການແຕ່ງຕັ້ງຄະນະບໍລິຫານງານຂອງຫຼາຍໆທຸລະກິດຂະໜາດນ້ອຍ ແລະ ກາງ ຍັງບໍ່ທັນ ເປັນທີ່ນິຍົມພໍປານໃດ ນອກຈາກບໍລິສັດລັດ ຫຼື ລັດວິສາຫະກິດ, ແລະ ບໍລິສັດມະຫາຊົນ. ທ່ານຈະຊອກຫາຄະນະບໍລິຫານງານຈາກໃສ?

“ຈຸດດີອັນໜຶ່ງຂອງການເຮັດເອງໝົດແມ່ນ ທ່ານສາມາດຄວບຄຸມໄດ້ໝົດທຸກຢ່າງ ແຕ່ທ່ານຈະຂາດໂອກາດການເຮັດ ວຽກກັບຄົນທີ່ມີຄວາມສາມາດ ແລະ ທັງຍັງຂາດຄວາມຮູ້ດ້ານວິຊາການບາງຢ່າງ ທີ່ອາດມີຄວາມຈຳເປັນ ໃນການ ສ້າງ ໃຫ້ທຸລະກິດກາຍເປັນມືອາຊີບ ແລະ ໃຫ້ມີຄວາມຢູ່ລອດ.”

ເຄືອຂ່າຍປະຈຸບັນ. ຫຼາຍໆຄົນຈະເລີ່ມເບິ່ງຈາກ ຜູ້ໃຫ້ຄຳແນະນຳທີ່ຕົນເອງມີ ເຊັ່ນ: ອະດີດຫົວໜ້າ, ນາຍຄູ ຫຼື ອາຈານ ທີ່ເຄີຍສອນມາກ່ອນ, ທະນາຍຄວາມ, ຫຼື ໝູ່ທີ່ຮູ້ຈັກກັນໃນສະມາຄົມທຸລະກິດ. ຂໍ້ໄດ້ປຽບກໍ່ຄື ພວກເພິ່ນຕ່າງກໍ່ຮູ້ຈັກທ່ານເປັນຢ່າງດີ ແລະ ມີຄວາມກະຕືລືລົ້ນ ທີ່ຈະຊ່ວຍທ່ານ ໃນເວລາທີ່ທ່ານຕ້ອງການ. ແຕ່ຂໍ້ເສຍກໍ່ຄື ທ່ານອາດຈະໄດ້ຍິນ ແຕ່ຄຳເຫັນທີ່ທ່ານຢາກຟັງ ແລະ ບໍ່ມີການສະແດງທັດສະນະ ຫຼື ໃຫ້ຄຳແນະນຳ ທີ່ແຕກຕ່າງ ໃນກໍລະນີທີ່ທ່ານ ຕ້ອງການຄົນທີ່ມາໂຕ້ຖຽງ ຫຼື ຊ່ວຍໃນການແກ້ບັນຫາ ຈາກທຸລະກິດທີ່ທ່ານບໍ່ເຄີຍມີປະສົບການເລີຍ. ມັນເຮັດໃຫ້ທ່ານເບິ່ງບັນຫາແບບເລິກເຊິ່ງ ແລະ ມັນຈະເຮັດໃຫ້ການຕັດສິນໃຈມີຄວາມແນ່ນອນ ໃນການດຳ ເນີນທຸລະກິດຂອງທ່ານ.

ເຂົ້າຮ່ວມກຸ່ມຄະນະບໍລິຫານງານ. ຖ້າຫາກທ່ານ ມີບັນຫາໃນການຄົ້ນຫາຄົນທີ່ມີຄວາມສາມາດ ຈາກຄົນທີ່ທ່ານ ຮູ້ຈັກ ແລະ ບໍ່ຮູ້ວ່າຈະເລືອກໃຜມານັ່ງເປັນຄະນະບໍລິຫານງານ, ທ່ານຄວນພິຈາລະນາການເຂົ້າ ຮ່ວມກຸ່ມ ຫຼື ກຸ່ມສະມາຄົມຄະນະບໍລິຫານງານທີ່ໃກ້ຕົວ. ອົງການດັ່ງກ່າວ ຈະມັກມີການພົບປະ ແລະ ສົນທະນາຫຼາຍໆ ບັນຫາ. ກຸ່ມຄົນ ນີ້ເປັນຄົນ ທີ່ມາຈາກຫຼາກຫຼາຍອາຊີບ ແລະ ຂະແໜງທຸລະກິດ. ການເປັນສະມາຊິກ ຂອງອົງການດັ່ງກ່າວ ທ່ານ ອາດຈະໄດ້ພົບ ກັບຄົນທີ່ ທ່ານເຫັນວ່າມີຄວາມສາມາດ ແລະ ປະສົບການພໍທີ່ ຈະເອີ້ນມາເປັນສະມາຊິກຄະນະບໍລິຫານງານ. ທີ່ປຶກສາສ່ວນໃຫຍ່ຕ່າງກໍ່ມີທຸລະກິດເປັນຂອງຕົນເອງບໍ່ວ່າ ຈະເປັນຂະໜາດນ້ອຍຫຼືໃຫຍ່ ເຊິ່ງມີຫຼາຍ ຄົນຢາກຈະໃຫ້ຄຳແນະນຳດີໆ ແລະ ຮັບຟັງຄຳແນະນຳຈາກຄົນອື່ນໆຄືກັນ.

ການສ້າງຄະນະບໍລິຫານງານບໍ່ແມ່ນເລື່ອງຍາກ ຫາກມີການໃຫ້ຜົນຕອບແທນທີ່ເໝາະສົມ. ສິ່ງທີ່ຍາກແມ່ນການ ຊອກໃຫ້ໄດ້ຄົນທີ່ ເໝາະສົມກັບທຸລະກິດ ຂອງທ່ານ ເພື່ອສ້າງໃຫ້ບໍລິສັດມີຄວາມເຂັ້ມແຂງ.

“ຄະນະບໍລິຫານງານ (Board of Directors)” ມີຄວາມຈຳເປັນສຳລັບທຸລະກິດຂະໜາດນ້ອຍຫຼືບໍ່? ແຊຣ໌ຄວາມຄິດເຫັນກັນໄດ້ເລີຍ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?