Home ວິໄສທັດຄືນສິດສູ່ມານດາ

ຄືນສິດສູ່ມານດາ

ຄືນສິດສູ່ມານດາ: 1,000 ວັນທຳອິດທີ່ກຳນົດອະນາຄົດຂອງມະນຸດຊາດ 🤱💖

by NorKhame
0 comments

ທຸກໆປີ​ຈະ​ມີ​ການ​ສະຫຼອງ ວັນ​ແມ່ຍິງ​ໃນວັນ​ທີ 8 ​ເດືອນ ມີນາ. ຈະ​ເວົ້າ​ໄປ​ແລ້ວ​ບໍ່​ແມ່ນ​ເປັນ​ການ​ປະກາດ​ໄຊຊະນະຕໍ່ກັບ​ສິ່ງ​ທີ່​ເລີ່ມມີ​ການ​ຕໍ່ສູ້​ເລື່ອງ​ບົດ​ບາດຍິງ-ຊາຍ. ​​ເປັນ​ວັນໜຶ່ງຂອງ​ແມ່ຍິງ​ທີ່​ສະ​ແດງ​ໃຫ້​ສັງຄົມ​ເຫັນ​ຫຼາຍໆສິດ​ທີ່​ທາງ​ແມ່ຍິງ​ພະຍາຍາມ​ໃຫ້​ໄດ້​ມາ.

ການ​ໂອ້​ລົມ​ກັບ​ແມ່ຍິງ ຈະ​ມີ​ສິ່ງໜ້າສົນ​ໃຈ​ຫຼາຍ ​ແລະ ຫຼາຍໆຄັ້ງ ຂ້າພະ​ເຈົ້າຈະ​ຮູ້ສຶກຫົດ​ຫູ່​ກັບ​ຊີວິດ. ນອກຈາກ​ການ​ເຫັນ​ກິລິຍາ​ທີ່​ສວຍງາມ​ກໍ່ຍັງ​ເຫັນ ທັກ​ສະການ​ເບິ່ງ​ໂລກ​ທີ່​ແຕກ​ຕ່າງ​ຈາກ​ຜູ້​ຊາຍ. ສິ່ງໜຶ່ງທີ່​ເຫັນ​ລະ​ແມ່ນ​ຈະ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າບັນຫາ​ທີ່​​ເດັກ​ຊາຍ ຫຼື ຜູ້​ຊາຍ​ບໍ່ລົມ​ກັນ. ​ເຊັ່ນ​: ​ເລື່ອງ​ສຸຂະພາບທີ່​ມັກ​ຈະ​ມີ​ການ​ກະທົບ​ຫຼາຍ, ​ເລື່ອງ​ການ​ເບິ່ງ​ແຍງ​ລູກ, ຫຼື ​ເລື່ອງ​ລາຍ​ຮັບ. ສິ່ງ​ທີ່​ຍັງ​ປິດ​ບັງ​ໄວ້​ບໍ່​ເວົ້າ​ກໍ່ຄື ການ​ຖືກ​ໃຊ້​ຄວາມ​ຮຸນ​ແຮງ​ຈາກ​ຄອບຄົວ. ​ໃນ​ຫຼາຍໆບ່ອນ​ທີ່​ຫ່າງ​ໄກ, ແມ່ຍິງ​ທີ່​ຖືກ​ໃຊ້​ຄວາມ​ຮຸນ​ແຮງ ມັກ​ຈະ​ເກັບ​ເລື່ອງ​ເຫຼົ່ານັ້ນ​ໄວ້​ເປັນ​ຄວາມ​ລັບ ຍ້ອນ​ອາຍ. ການ​ລົງ​ໂທດ​ຕໍ່ຜູ້​ກະທຳ​ຜິດໜ້ອຍຫຼາຍ ຫຼື ບໍ່ສົມ​ກັບ​ການ​ສູນ​ເສຍ​ຂອງ​ແມ່ຍິງ.

“ການພັດທະນາເດັກ ໃນ 1000 ວັນທຳອິດນັ້ນ ສຳຄັນຫຼາຍຕໍ່ກັບການພັດທະນາຂອງຊີວິດມະນຸດໃນການກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ.”

​ເມື່ອ​ເວົ້າ​ເຖິງ​ສຸຂະພາບ ກໍ່ຍັງ​ເປັນ​ບັນຫາ​ໃຫຍ່, ​ແມ່ຍິງ​ ກັບ​ອັດຕາ​ການ​ຕາຍ​ນັ້ນສຳຄັນ​ຫຼາຍ. ຖ້າ​ຫາກ​ການ​ເກີດ​ມີ​ການ​ຂະຫຍາຍຕົວໜ້ອຍ ກໍ່ຈະ​ເຮັດ​ໃຫ້​ແຮ​ງງານ​ເຮັດ​ວຽກ ​ແລະ ປະຊາກອນ​ບໍ່ມີ​ຄວາມ​ສົມ​ດຸນ. ການ​ຕາຍ ຫຼື ການ​ເກີດ​ຫຼັງການ​ຕາຍ ກໍ່​ເປັນວຽກງານ​ສາທາລະນະ​ສຸກ ທີ່​ໄດ້​ຮັບ​ການ​ພັດທະນາ​ໃນ​ຫຼາຍໆປີຜ່ານມາ. ບໍ່ສະ​ເພາະ​ແຕ່​​ແມ່, ​ເດັກ​​ເກີດ​ໃໝ່ບໍ່ວ່າ​ຈະ​ເປັນ​ຍິງ​ຫຼື ຊາຍ​ນັ້ນຈຳ​ເປັນ​ຕ້ອງການ​ອາຫານ ​ແລະ ​ເງື່ອນ​ໄຂ​ເພື່ອ​ສ້າງ​ຄວາມ​ສົມ​ດຸນທາງ​ຮ່າງ​ກາຍ. ມີ​ການຄົ້ນພົບ​ວ່າ ການ​ພັດທະນາ​ເດັກ ​ໃນ 1000 ວັນ​ທຳ​ອິດ​ນັ້ນ ສຳຄັນ​ຫຼາຍຕໍ່ກັບ​ການ​ພັດທະນາ​ຂອງ​ຊີວິດ​ມະນຸດ​ໃນ​ການ​ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ.

ການສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການພັກຜ່ອນຫຼັງເກີດລູກ ຈຶ່ງເປັນສິ່ງສຳຄັນ. ພ້ອມດຽວກັນນັ້ນ, ການຊ່ວຍເຫຼືອຈາກຜົວ ໃນການເບິ່ງແຍງລູກ ກໍ່ຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງຄວາມຜູກພັນພາຍໃນຄອບຄົວໃຫ້ດີຂຶ້ນ. ສິດທິໃນການພັກຜ່ອນ ແລະ ການເບິ່ງແຍງສຸຂະພາບ ເປັນສິ່ງທີ່ແມ່ຍິງຄວນໄດ້ຮັບ ເພື່ອໃຫ້ເຂົາເຈົ້າສາມາດກາຍເປັນກຳລັງສຳຄັນ ໃນການພັດທະນາປະເທດຊາດຕໍ່ໄປ.

ທ່ານຄິດວ່າສັງຄົມເຮົາຄວນເພີ່ມການຊ່ວຍເຫຼືອແມ່ຍິງຖືພາ ແລະ ແມ່ລູກອ່ອນໃນດ້ານໃດແດ່? 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?