Home ສາຍສຳພັນ23% ຄົນທຸກ

23% ຄົນທຸກ

23% ຄົນທຸກ: ແກ້ບັນຫາຄວາມທຸກຍາກ ຕ້ອງເລີ່ມຈາກ "ຄວາມຢາກພັດທະນາ" ຂອງຊຸມຊົນເອງ! 🌾🤝

by NorKhame
0 comments

ຫາກທ່ານຕົກເປັນໜຶ່ງໃນຄົນທຸກ, ຄົງຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາສາກົນ. ສຳລັບ ສ ປ ປ ລາວ, ຄາດວ່າມີປະມານ 23% ຂອງປະຊາກອນຖືກຈັດເປັນກຸ່ມຄົນທຸກ.

ຫາກທ່ານຖືກຈັດອັນດັບໃນກຸ່ມມະຫາເສດຖີ, ຄົງຈະສ້າງຄວາມຮູ້ສຶກວ່າເປັນໜ້າເປັນຕາແກ່ຕະກູນ ແລະ ມີຊື່ສຽງ. ອັນດັບມະຫາເສດຖີແມ່ນຕ້ອງເວົ້າເລື່ອງການຜະລິດ ແລະ ການໃຫ້ບໍລິການ. ເຂົາເຈົ້າຈະມີໝາກຜົນການຜະລິດຮັບໃຊ້ສັງຄົມແບບມີຜົນປະໂຫຍດ. ບາງຄົນແມ່ນຕະກູນຮັ່ງມີມາແຕ່ກ່ອນ ແລະ ໄດ້ຊັບສົມບັດ. ສ່ວນໃນຍຸກປະຈຸບັນ, ເກີດມີມະຫາເສດຖີຈາກຫຼາກຫຼາຍອາຊີບ. ໃນປະເທດພັດທະນາ, ກໍ່ມັກມີຄວາມແຕກໂຕນດ້ານລາຍຮັບເຊັ່ນດຽວກັນ. ຄາດວ່າ ຄົນຮັ່ງມີ ກວມເອົາປະຊາກອນ ພຽງແຕ່ 1% ຂອງປະຊາກອນທັງໝົດ. ກຸ່ມຄົນດັ່ງກ່າວ, ມີອຳນາດທາງດ້ານການເງິນ, ການເມືອງ ແລະ ສິດໃຊ້ສອຍເຄື່ອງບໍລິໂພກຫຼາຍກວ່າຄົນໃນປະເທດ.

ໃນປະເທດລາວ ເວົ້າເລື່ອງການພັດທະນາເພື່ອແກ້ໄຂຄວາມທຸກຍາກ, ໄດ້ມີການຊ່ວຍເຫຼືອຈາກຫຼາຍໆພາກສ່ວນ. ການຊ່ວຍເຫຼືອມີຫຼາຍຮູບແບບ. ມະຫາເສດຖີຫຼາຍຄົນໃນຕ່າງປະເທດ ບໍລິຈາກຊັບສິນສ່ວນຫຼາຍໃຫ້ແກ່ສັງຄົມ. ສຳລັບປະເທດເຮົາ, ການມີສ່ວນຮ່ວມຈາກພາກລັດ ແລະ ອົງການພັດທະນາສາກົນຈະມີບົດບາດຫຼາຍ. ນອກນັ້ນ, ການສ້າງກອງທຶນໃນຮູບແບບການບໍລິຈາກສ່ວນບຸກຄົນໃນວຽກງານພັດທະນາຊຸມຊົນກໍ່ມີຄວາມເປັນໄປໄດ້. ການປ່ອຍເງິນກູ້ຂະໜາດນ້ອຍ, ສ້າງແຫຼ່ງນໍ້າ ແລະ ສິ່ງອຳນວຍຄວາມສະດວກຈາກສາກົນ ແລະ ອົງການລັດຖະບານກໍ່ໄດ້ເອົາໃຈໃສ່. ມີຫຼາຍໂຄງການສຳເລັດຜົນດັ່ງທີ່ວາງໄວ້.

“ການສ້າງສິ່ງອຳນວຍຄວາມສະດວກຈາກພາຍນອກ, ອາດບໍ່ສາມາດ ແກ້ໄຂຄວາມທຸກໃນໄລຍະຍາວໄດ້. ເພາະຄວາມເປັນເຈົ້າຂອງຕ້ອງເກີດມາຈາກຄົນພາຍໃນຊຸມຊົນທີ່ຢາກພັດທະນາ.”

ເນື່ອງຈາກປະຊາຊົນຫຼາຍກຸ່ມຄົນ, ຍັງບໍ່ຮູ້ວ່າຕົນເອງທຸກ. ການສ້າງສິ່ງອຳນວຍຄວາມສະດວກຈາກພາຍນອກ, ອາດບໍ່ສາມາດ ແກ້ໄຂຄວາມທຸກໃນໄລຍະຍາວໄດ້. ເພາະຄວາມເປັນເຈົ້າຂອງຕ້ອງເກີດມາຈາກຄົນພາຍໃນຊຸມຊົນທີ່ຢາກພັດທະນາ. ອີກຢ່າງໜຶ່ງ, ສິ່ງອຳນວຍຄວາມສະດວກແກ່ຊຸມຊົນ ເປັນຕົ້ນໂຮງໝໍ, ໂຮງຮຽນ ຕ້ອງການງົບປະມານໃນການບົວລະບັດຮັກສາ. ຫາກບໍ່ມີງົບປະມານທ້ອງຖິ່ນທີ່ເກັບມາຈາກຊຸມຊົນແລ້ວ ເມື່ອໝົດໂຄງການກໍ່ຈະເຮັດໃຫ້ໝົດງົບປະມານໃນການດຳເນີນງານ.

ບໍ່ແມ່ນແຕ່ການສ້າງສາວັດຖຸພຽງຢ່າງດຽວ, ການພັດທະນາຈິດໃຈ ແລະ ຄວາມເປັນເຈົ້າການ ເປັນສິ່ງສຳຄັນທີ່ສຸດ. ຖ້າຫາກຊຸມຊົນບໍ່ມີຄວາມຢາກພັດທະນາ, ໂຄງການໃດໆກໍ່ບໍ່ສາມາດຍືນຍົງໄດ້. ການສົ່ງເສີມການສຶກສາ ແລະ ການສ້າງອາຊີບທີ່ໝັ້ນຄົງ ຈະຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກໄດ້ຢ່າງແທ້ຈິງ.

ທ່ານຄິດວ່າການແກ້ໄຂບັນຫາຄວາມທຸກຍາກໃນລາວ ຄວນເລີ່ມຕົ້ນຈາກການພັດທະນາຈຸດໃດກ່ອນໝູ່? ມາຮ່ວມແລກປ່ຽນແນວຄິດກັນ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?