Home ປັດຊະຍາຊີວິດບໍ່ມີຂອບເຂດ

ຊີວິດບໍ່ມີຂອບເຂດ

ຊີວິດບໍ່ມີຂອບເຂດ: ບົດຮຽນແຮງບັນດານໃຈ ຈາກຜູ້ທີ່ເຫັນ "ໂອກາດ" ໃນທຸກຂໍ້ຈຳກັດ 🌟🕊️

by NorKhame
0 comments

ເບິ່ງນັກກິລາລາວ ສຳລັບຄົນພິການ ແລ້ວມີແຮງບັນດານໃຈຫຼາຍ. ເພາະເຫັນເຂົາເຈົ້າໄດ້ສະແດງ ຄວາມສາມາດໃນກິລາຕ່າງໆ ເຖິງວ່າຈະມີຮ່າງກາຍບໍ່ສົມບູນແບບ.

ໄດ້ມີເວລາຊ່ວງໜຶ່ງໄປ ເຮັດວຽກນຳຄົນພິການມາກ່ອນ. ຄົນເຫຼົ່ານັ້ນ ເຂົາເຈົ້າບໍ່ໄດ້ເຫັນຄວາມພິການຮ່າງກາຍເປັນສິ່ງກີດຂວາງສິ່ງທີ່ເຂົາເຈົ້າຢາກຈະເຮັດ. ໂດຍສະເພາະ ຄົນທີ່ພິການມາແຕ່ເກີດ ຈະມີຄວາມເປັນທຳມະຊາດກັບຮ່າງກາຍຂອງເຂົາເຈົ້າຫຼາຍທີ່ສຸດ ເມື່ອທຽບ ກັບຄົນພິການຈາກອຸບັດຕິເຫດ ຫຼື ການເຈັບເປັນ.

ບໍ່ຢາກເຊື່ອກໍ່ຕ້ອງເຊື່ອ ພໍ່ແມ່ ຫຼື ພີ່ນ້ອງແທ້ໆ ບາງຄອບຄົວ ບໍ່ໄດ້ໃຫ້ການສະໜັບສະໜູນ, ບໍ່ໃຫ້ຄວາມສຳຄັນ ແລະ ຍັງນະອາຍທີ່ມີລູກບໍ່ຄືໝູ່. ມີຫຼາຍຄົນຖືກປະຖິ້ມ ນຳຮົ້ວນຳສວນ ຫຼື ບໍ່ໄດ້ອອກສູ່ສັງຄົມ. ແຕ່ກົງກັນຂ້າມ, ບາງຄອບຄົວ ພັດຮັກ ແລະ ເອົາໃຈໃສ່ເປັນພິເສດ ເພາະເຫັນວ່າເຂົາເຈົ້າຂາດໂອກາດ.

“ຫຼາຍຄົນທີ່ຮ່າງກາຍສົມບູນ ແຕ່ຄວາມຄິດພັດມີຂອບເຂດ. ຂອບເຂດຈຳກັດການພັດທະນາຕົນເອງ, ບໍ່ຍອມຮຽນຮູ້ສິ່ງໃໝ່ໆ ແລະ ກີດຂວາງຄວາມກ້າວໜ້າ.”

ໄດ້ມີໂອກາດພົບກັບສາວນ້ອຍໜຶ່ງ ໃນເວລາເຮັດວຽກກັບອົງການຄົນພິການລາວ. ແຂນຂາຂອງນາງ ຫົດສັ້ນເຂົ້າໃນຕົວ ແລະ ຕົວຕົນຂອງລາວກໍ່ນ້ອຍຫຼາຍ ຄືກັບຫວດເຂົ້າ. ໄດ້ແຕ່ຄານໄປກັບດິນ. ແຕ່ລາວກໍ່ບໍ່ຍອມຢູ່ລ້າໆ. ລາວໄດ້ສານຕິບເຂົ້າ, ແລະ ເຄື່ອງຈັກສານອື່ນໆຂາຍເປັນລາຍຮັບ ແລະ ຍັງມີລວດລາຍທີ່ສວຍງາມແທ້ໆ ທັງຍັງເຮັດໄດ້ໄວຄືຄົນທຳມະດາ. ແນ່ນອນລາວມີຄວາມຫຍຸ້ງຍາກໃນການເຄື່ອນໄຫວ ແຕ່ກໍ່ບໍ່ໄດ້ກັງວົນຫຍັງຫຼາຍ ແຕ່ເຮັດໃນສິ່ງທີ່ມີໃຫ້ເປັນປະໂຫຍດ.

ທີ່ປະເທດພັດທະນາ, ບ້ານເຮືອນ ແລະ ສະຖານທີ່ຕ່າງໆ ໄດ້ອອກແບບໃຫ້ຄົນພິການສາມາດນຳໃຊ້ໄດ້. ເຊັ່ນ: ສະໜາມກິລາ ແລະ ສະຖານທີ່ສາທາລະນະຕ່າງໆ. ສິ່ງນີ້ເປັນການເປີດໂອກາດໃຫ້ຄົນພິການໄດ້ສາມາດ ເຂົ້າມີສ່ວນຮ່ວມໃນການພັດທະນາສັງຄົມ ແລະ ອອກມາມີກິດຈະກຳຮ່ວມກັນກັບຄົນອື່ນໆ.

ຫຼາຍຄົນທີ່ຮ່າງກາຍສົມບູນ ແຕ່ຄວາມຄິດພັດມີຂອບເຂດ. ຂອບເຂດຈຳກັດການພັດທະນາຕົນເອງ, ບໍ່ຍອມຮຽນຮູ້ສິ່ງໃໝ່ໆ ແລະ ກີດຂວາງຄວາມກ້າວໜ້າ. ຂໍໃຫ້ຫວນເບິ່ງຕົວທ່ານເອງວ່າ ຮ່າງກາຍທ່ານຄົບ 32 ບໍ່? ຖ້າຄົບ ທ່ານກໍ່ມີທຶນຮອນຫຼາຍກວ່າຄົນພິການແລ້ວ. ຢ່າປ່ອຍໃຫ້ຮ່າງກາຍອັນສົມບູນແບບຂອງທ່ານ ເຮັດແຕ່ສິ່ງທີ່ບໍ່ເປັນປະໂຫຍດ ແລະ ທຳລາຍສັງຄົມ. ຈົ່ງສ້າງຄວາມຝັນ ແລະ ເດີນໜ້າສູ່ການພັດທະນາຕົນເອງໃຫ້ດີທີ່ສຸດ.

ທ່ານເຄີຍເຫັນເລື່ອງລາວຂອງຄົນພິການທີ່ສູ້ຊີວິດ ແລ້ວຮູ້ສຶກມີແຮງບັນດານໃຈບໍ່? ມາແບ່ງປັນຄວາມປະທັບໃຈນຳກັນແດ່! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?