ສັງຄົມ “ ໄຮໂຊ ” ຫຼື ສັງຄົມຊັ້ນສູງ ມາຈາກຊື່ເຕັມພາສາອັງກິດ “ High Society ” ເປັນຮູບແບບການຈັດລະດັບຊົນຊັ້ນ ອີງຕາມບົດບາດທາງສັງຄົມ ແລະ ການເງິນ. ຮູບແບບການມີໄດ້ມາແນວໃດນັ້ນ ບໍ່ເປັນທີ່ກ່າວເຖິງ.
ໃນຄວາມໝາຍຂອງພາສາອັງກິດ ຈາກພົດຈະນານຸກົມຫຼາຍໆສະບັບ ໄດ້ຕີຄວາມໝາຍຂອງ ຄຳວ່າ “ High Society ” ເປັນກຸ່ມຄົນທີ່ມີເງິນ ແລະ ມາຈາກຄອບຄົວທີ່ມີອິດທິພົນທາງສັງຄົມ. ການຊົມໃຊ້ຂອງຄົນຮັ່ງມີເປັນທີ່ຈັບຕາ. ທຸກໆການພົບປະສັງສັນງານຂອງຄົນຮັ່ງມີ, ມັກຈະມີການໃຊ້ຈ່າຍທີ່ເລີດຫຣູ. ຄ້າຍໆກັບວ່າ ຈອກເຫຼົ້າໜຶ່ງຈອກສາມາດລ້ຽງຄົນທຸກຍາກໄດ້ເປັນທັງບ້ານກໍ່ມີ. ແຕ່ສຳລັບຄົນມີລາຍຮັບສູງ, ການໃຊ້ຈ່າຍສິນຄ້າລາຄາສູງ ກາຍເປັນກິດຈະວັດປະຈຳວັນ ເຊິ່ງບໍ່ກະທົບຫຍັງກັບການໃຊ້ຈ່າຍດຳລົງຊີວິດ.
ໃນສາຍຕາຂອງຄົນໃນສັງຄົມ, ເຫັນຮູບແບບການສັງສັນທີ່ຟຸມເຟືອຍ ກາຍເປັນສິ່ງທີ່ຢາກນຳໄປປະຕິບັດ ແລະ ກາຍເປັນແຟຊັນ. ຄົນຫຼາຍຄົນທີ່ມີລາຍຮັບໜ້ອຍ ແຕ່ຢາກທຽບຊັ້ນ. ຍອມຕິດໜີ້ເພື່ອໄປຊື້ສິນຄ້າລາຄາແພງ ເພື່ອສະແດງອອກເຖິງຄວາມຮັ່ງມີ.
“ໃນຄວາມເປັນຈິງແລ້ວ, ມະຫາເສດຖີທີ່ສ້າງຕົນເອງຂຶ້ນມາ ເຂົາເຈົ້າບໍ່ໄດ້ເປັນຄົນມັກໃຊ້ຈ່າຍຟຸມເຟືອຍປານໃດ… ຖ້າຈະເວົ້າເຖິງສັງຄົມຊັ້ນສູງ, ບໍ່ແມ່ນມີແຕ່ໃຊ້ຂອງແພງໆ. ເບື້ອງຫຼັງເຂົາເຈົ້າມີການຜະລິດ ແລະ ໃຫ້ການບໍລິການທີ່ສ້າງຜົນກຳໄລແກ່ສັງຄົມ.”
ໃນຄວາມເປັນຈິງແລ້ວ, ມະຫາເສດຖີທີ່ສ້າງຕົນເອງຂຶ້ນມາ ເຂົາເຈົ້າບໍ່ໄດ້ເປັນຄົນມັກໃຊ້ຈ່າຍຟຸມເຟືອຍປານໃດ. ສິນຄ້າທີ່ເຂົາເຈົ້າໃຊ້ ອາດມີລາຄາແພງ ກໍ່ເນື່ອງຈາກຄວາມທົນທານ, ການບໍລິການຫຼັງການຂາຍທີ່ດີ ແລະ ສອດຄ່ອງກັບການໃຊ້ງານຫຼາຍກວ່າ. ຫຼາຍຄົນເນັ້ນການລົງທຶນຫຼາຍກວ່າການໃຊ້ຈ່າຍ. ຖ້າຈະເວົ້າເຖິງສັງຄົມຊັ້ນສູງ, ບໍ່ແມ່ນມີແຕ່ໃຊ້ຂອງແພງໆ. ເບື້ອງຫຼັງເຂົາເຈົ້າມີການຜະລິດ ແລະ ໃຫ້ການບໍລິການທີ່ສ້າງຜົນກຳໄລແກ່ສັງຄົມ. ແລ້ວຄົນທີ່ເປັນລູກຫຼານພໍ່ແມ່ຜູ້ທີ່ຮັ່ງມີ ແລະ ມີຜົນງານເດ? ຫາກພໍ່ແມ່ຮັກລູກຫຼານຫຼາຍ, ຈົນລ້ຽງລູກດ້ວຍວັດຖຸ ແລະ ການຕາມໃຈໃນທຸກໆຢ່າງທີ່ເຂົາເຈົ້າຕ້ອງການ, ອາດກາຍເປັນບຸກຄົນໃນຄອບຄົວຊັ້ນສູງ ຫຼື ມີໜ້າຕາທາງສັງຄົມ ແຕ່ບໍ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ສັງຄົມດ້ວຍຕົນເອງ. ລູກເສດຖີ ຫຼື ຄົນມີຖານະທາງສັງຄົມ ຫຼາຍໆຄອບຄົວ ກໍ່ສອນລູກໄດ້ດີຄືກັນ. ສາມາດແທນພໍ່ແມ່ໃນວຽກງານທຸລະກິດ ແລະ ພັດທະນາສັງຄົມ.
ກໍ່ມີມະຫາເສດຖີຫຼາຍຄົນ ທີ່ບໍ່ຍອມໃຊ້ຂອງແພງ ແຕ່ກັບໃຊ້ເງິນທີ່ຫາມາໄດ້ຊ່ວຍພັດທະນາສັງຄົມ ແລະ ບັນດາປະເທດທຸກຍາກ. ຫຼາຍຄົນໄດ້ສ້າງມູນນິທິພັດທະນາສັງຄົມ. ພັດທະນາໃຫ້ພົ້ນຈາກພະຍາດຕິດແປດ, ພະຍາດໂປລີໂອ, ຊ່ວຍເດັກນ້ອຍ ແລະ ອື່ນໆ. ເປັນສິ່ງທີ່ໜ້າສັນລະເສີນແທ້ໆ ສຳລັບມະຫາເສດຖີໃນຍຸກປະຈຸບັນ. ຫຼາຍຄົນຍອມມອບຊັບສົມບັດເກືອບທັງໝົດໃຫ້ແກ່ສັງຄົມ ເຊັ່ນ: ມະຫາເສດຖີ ວໍເຣັນ ບັບເຟັດ ແລະ ບິລເກດ. ໃນສັງຄົມລາວກໍ່ເຊັ່ນກັນ, ເລີ່ມມີເສດຖີໃຈບຸນຫຼາຍຂຶ້ນ ເຊິ່ງໄດ້ຊ່ວຍເຫຼືອສັງຄົມໃນຍາມທຸກຍາກ ຫຼື ເຈັບເປັນ. ການຊ່ວຍເຫຼືອສັງຄົມ ບໍ່ວ່າຈະເປັນເງິນໜ້ອຍ ຫຼື ຫຼາຍ ລ້ວນແຕ່ເປັນການສະແດງອອກເຖິງຄວາມມີນ້ຳໃຈ ແລະ ເປັນທີ່ໜ້າຍົກຍ້ອງ. ຄວາມຮັ່ງມີທາງຈິດໃຈ ສຳຄັນກວ່າຄວາມຮັ່ງມີທາງວັດຖຸ.
“ຄວາມຮັ່ງມີທີ່ແທ້ຈິງ” ໝາຍເຖິງການມີເງິນຫຼາຍໆ ຫຼື ການມີຄວາມສຸກກັບສິ່ງທີ່ເຮົາມີ? ມາແຊຣ໌ທັດສະນະກັນ! 👇