Home ກາຍໃຈຄົນລາວ = ຄົນຈິງໃຈ

ຄົນລາວ = ຄົນຈິງໃຈ

ເອກະລັກສະເພາະຕົວ ແລະ ສະເໜ່ທີ່ເຮັດໃຫ້ທົ່ວໂລກຫຼົງຮັກ 🇱🇦❤️

by NorKhame
0 comments

ເຈົ້າມາແຕ່ໃສ? ເປັນຄຳຖາມທີ່ຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໝາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ.

ລັກສະນະຄົນລາວເປັນລັກສະນະຂອງຊາດອັນໜຶ່ງ. ເຊິ່ງສິ່ງນີ້ເຮັດໃຫ້ຂ້າພະເຈົ້າສົນໃຈຊອກຄຳຕອບສຳລັບການເປັນ “ ຄົນລາວ ” ລັກສະນະພົ້ນເດັ່ນທີ່ຂ້າພະເຈົ້າເຫັນຈາກຄວາມເປັນຄົນລາວສ່ວນໃຫຍ່ມີຄື:

ຄົນລາວເປັນຄົນຈິງໃຈ ເນື່ອງຈາກວ່າບໍ່ໄດ້ອິດສາບັງບຽດໃຜ, ມີຫຍັງກໍ່ສະແດງອອກມາຈາກຄວາມຄິດ ແລະ ການກະທຳທີ່ບໍ່ໄດ້ບິດເບືອນ ຈຶ່ງເຮັດໃຫ້ ຄົນລາວໄດ້ຊື່ວ່າເປັນຄົນຈິງໃຈ. ສາເຫດນີ້ເປັນອັນໜຶ່ງທີ່ເຮັດໃຫ້ເປັນທີ່ຮັກຂອງຊາດອື່ນໆ. ໃນເວລາໄປສຶກສາ ທີ່ຕ່າງປະເທດ, ຄົນລາວມັກຈະໄດ້ຮັບຄວາມໄວ້ວາງໃຈ ແລະ ສາມາດເຂົ້າກັບໝູ່ໄດ້ງ່າຍ.

ຄົນລາວມັກກິນປາແດກ ເມື່ອເວົ້າເຖິງຕຳໝາກຫຸ່ງ, ແກງໜໍ່ໄມ້, ປີ້ງເຂົ້າປາແດກ, ເອາະຫຼາມ ແລະ ຕ່າງໆນານາ. ປະເພດອາຫານດັ່ງກ່າວ ຕັດຂາດໄດ້ຍາກຫຼາຍຈາກຊີວິດລາວຄົນໆໜຶ່ງ. ປາແດກເຖິງຈະບໍ່ມີວ່າໃຜຫອມ ແຕ່ເມື່ອຖືກແຕ່ງເປັນອາຫານແລ້ວ ລົດຊາດປ່ຽນໄປ.

“ເນື່ອງຈາກວ່າບໍ່ໄດ້ອິດສາບັງບຽດໃຜ, ມີຫຍັງກໍ່ສະແດງອອກມາຈາກຄວາມຄິດ ແລະ ການກະທຳທີ່ບໍ່ໄດ້ບິດເບືອນ ຈຶ່ງເຮັດໃຫ້ ຄົນລາວໄດ້ຊື່ວ່າເປັນຄົນຈິງໃຈ.”

ຄົນລາວຮັກວັດທະນະທຳ ການນຸ່ງສິ້ນ, ວັດວາອາຮາມ, ການສະເຫຼີມສະຫຼອງບຸນຕ່າງໆ ແລະ ຮີດຄອງປະເພນີ ເປັນສິ່ງໜຶ່ງທີ່ຂ້າພະເຈົ້າເຫັນວ່າ ບໍ່ໄດ້ມີການຫຼຸດລະເລີຍ ຕະຫຼອດເວລາທີ່ຈື່ຄວາມໄດ້. ສິ່ງດັ່ງກ່າວ ເປັນການສ້າງຄວາມສາມັກຄີ ແລະ ການສະຫຼອງ ສະຕິປັນຍາບັນພະບູຮຸດລາວຫຼາຍຍຸກຫຼາຍສະໄໝ ໃຫ້ແກ່ຄົນລຸ້ນຫຼັງໄດ້ເຫັນ ແລະ ຮ່ວມກັນຈັດ.

ຄົນລາວເປັນຄົນດຸໝັ່ນ ເນື່ອງຈາກປະເທດໄດ້ຖືກທຳຮ້າຍມາຫຼາຍປີ ແຕ່ຄົນລາວບໍ່ຍອມໃຫ້ຊາຕາກຳ ມາກຳນົດຊີວິດ. ຄວາມທຸກຍາກເປັນບັນຫາທີ່ຄົນລາວສ່ວນໃຫຍ່ໄດ້ພະຍາຍາມຜ່ານຜ່າ. ທາງພັກລັດ ແລະ ອຳນາດການປົກຄອງໄດ້ເອົາໃຈໃສ່ຫຼຸດຜ່ອນຄວາມທຸກຍາກ. ການຊ່ວຍເຫຼືອເຊິ່ງກັນແລະກັນ ຂອງຄົນລາວຊ່ວຍໃຫ້ປະຊາຊົນຫຼາຍຂົງເຂດ ໄດ້ຮັບການພັດທະນາຊີວິດການເປັນຢູ່. ຄົນລາວໄດ້ດຸໝັ່ນສ້າງສາ ແລະ ສົ່ງເສີມລູກຫຼານໃຫ້ໄດ້ຮັບການສຶກສາ. ເຊິ່ງໃນປະຈຸບັນຫຼາຍໆຄົນກໍ່ໄດ້ຮັບການສຶກສາລະດັບສູງ ແລະ ເຮັດວຽກໃນຕຳແໜ່ງທີ່ສຳຄັນ ໃນທັງພາກລັດ ແລະ ເອກະຊົນ.

ທ່ານຄິດວ່າເອກະລັກອັນໃດຂອງ “ຄົນລາວ” ທີ່ເປັນໜ້າພູມໃຈທີ່ສຸດ? 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?