ການສ້າງທຸລະກິດຂອງເກີດຂຶ້ນຍ້ອນຄວາມຕັ້ງໃຈອັນແຮງກ້າຂອງທານເອງ ຫຼື ກຸ່ມຄົນໃດໜຶ່ງທີ່ ຫວັງສ້າງ ຜົນປະໂຫຍດໃຫ້ແກ່ສັງຄົມ. ຫຼາຍບໍລິສັດມີບັນຫາທາງດ້ານການຕະຫຼາດ ໂດຍສະເພາະ ໃນຕອນຕົ້ນຂອງ ການສ້າງທຸລະກິດ. ເນື່ອງຈາກວ່າໃນຕອນຕົ້ນຂອງການດຳເນີນທຸລະກິດຈະມີ ຫຼາຍໆສິ່ງທີ່ທ່ານຕ້ອງໄດ້ ເຮັດໃນເວລາອັນສັ້ນ. ການເຂົ້າຫາລູກຄ້າເປົ້າໝາຍ ແລະ ສ້າງການຂາຍ ມັກພົບກັບຄວາມຫຍຸ້ງຍາກ. ຖ້າປາສະຈາກການປະຕິບັດແຜນການ ການຕະຫຼາດທີ່ມີປະສິດທິຜົນ ຈະເຮັດໃຫ້ທຸລະກິດຂອງທ່ານບໍ່ ສາມາດເຕີບໃຫຍ່ໄດ້. ດັ່ງນັ້ນ ສິ່ງຈຳເປັນກວ່າສິ່ງອື່ນໃດ ໃນການຈັດຕັ້ງກິດຈະກຳການຕະຫຼາດ ແລະ ຍົກລະດັບເຕັກນິກການຕະຫຼາດ ໃຫ້ທ່ານໃສ່ໃຈໃນເວລາສ້າງຕັ້ງແຜນການການຕະຫຼາດ.
“ທຸລະກິດຂອງທ່ານ ຈະຕ້ອງສະໜອງການບໍລິການ ຫຼື ຜະລິດຕະພັນ ທີ່ເປັນປະໂຫຍດ ຫຼື ແກ້ໄຂບັນຫາທີ່ ລູກຄ້າກຳລັງປະເຊີນຢູ່… ຖ້າຫາກທ່ານສາມາດຊອກເຫັນສິ່ງທີ່ທຸລະກິດທ່ານ ກຳລັງສະໜອງໃຫ້ແກ່ສັງຄົມ ໄດ້ຫຼາຍປານໃດ ມັນຍິ່ງເຮັດໃຫ້ທ່ານເຂົ້າເຖິງຄວາມຮູ້ສຶກຂອງລູກຄ້າຫຼາຍຂຶ້ນ.”
ທ່ານຈະຕ້ອງໄດ້ເບິ່ງຫຼາຍໆບັນຫາໄປພ້ອມໆກັນ. ໃຫ້ທ່ານຕັ້ງຄຳຖາມ ທີ່ເໝາະສົມກ່ຽວກັບຂະບວນການ ການຕະຫຼາດຂອງທ່ານເຊັ່ນ: ການຈັດສັນງົບປະມານການຕະຫຼາດ, ກົນລະຍຸດທາງການຕະຫຼາດ ແລະ ການສື່ສານ, ແລະ ແຜນການໃນຕໍ່ໜ້າ. ຂໍ້ຄຳຖາມດັ່ງລຸ່ມນີ້ ເປັນສິ່ງທີ່ທ່ານຈະຕ້ອງນຳ ໄປພິຈາລະນາ ໃນການພັດທະນາແຜນການຕະຫຼາດຂອງທ່ານຄືນໃໝ່.
- ທຸລະກິດຂອງຂ້ອຍແມ່ນຫຍັງ? ການຕອບຄຳຖາມດັ່ງກ່າວ ຈະເຮັດໃຫ້ທ່ານຮູ້ວ່າ ທຸລະກິດຂອງທ່ານ ແມ່ນສິນຄ້າປະເພດໃດ ຫຼື ບໍລິການ ແບບໃດ ກ່ອນທີ່ທ່ານຈະເລີ່ມໂຄສະນາ. ສິ່ງດັ່ງກ່າວເປັນການສ້າງໃຫ້ທ່ານ ເຫັນໄດ້ພາບລວມຂອງທຸລະກິດ. ຍິ່ງທ່ານ ເຫັນວ່າທຸລະກິດຂອງທ່ານມີລັກສະນະຊັດເຈນຫຼາຍປານໃດ ມັນຍິ່ງຈະເຮັດໃຫ້ທ່ານ ມີແຜນການຕະຫຼາດທີ່ມີ ປະສິດທິຜົນ ຫຼາຍຂຶ້ນ.
- ເປັນຫຍັງລູກຄ້າຈຶ່ງເລືອກທຸລະກິດຂອງຂ້ອຍ? ທຸລະກິດຂອງທ່ານ ຈະຕ້ອງສະໜອງການບໍລິການ ຫຼື ຜະລິດຕະພັນ ທີ່ເປັນປະໂຫຍດ ຫຼື ແກ້ໄຂບັນຫາທີ່ ລູກຄ້າກຳລັງປະເຊີນຢູ່. ສິ່ງທີ່ທຸລະກິດສະໜອງໃຫ້ແກ່ລູກຄ້ານັ້ນ ອາດລວມມີການ ສະໜອງໃຫ້ຊີວິດ ການເປັນຢູ່ຂອງ ລູກຄ້າດີຂຶ້ນ, ມີສຸຂະພາບທີ່ດີ, ເຮັດໃຫ້ມີລາຍຮັບຫຼາຍຂຶ້ນ ຫຼື ມີຄວາມເພີດເພີນ ແລະ ມີຄວາມສຸກ. ຖ້າຫາກທ່ານສາມາດຊອກເຫັນສິ່ງທີ່ທຸລະກິດທ່ານ ກຳລັງສະໜອງໃຫ້ແກ່ສັງຄົມ ໄດ້ຫຼາຍປານໃດ ມັນຍິ່ງເຮັດໃຫ້ທ່ານເຂົ້າເຖິງຄວາມຮູ້ສຶກຂອງລູກຄ້າຫຼາຍຂຶ້ນ.
- ໃຜຄືລູກຄ້າຂອງຂ້ອຍ? ຖ້າທ່ານຕ້ອງການດຶງດູດຄວາມສົນໃຈຂອງລູກຄ້າເປົ້າໝາຍ ທ່ານຈຳເປັນຕ້ອງໄດ້ສ້າງຂະບວນ ການການສື່ສານ ເພື່ອໃຫ້ລູກຄ້າຂອງທ່ານເຫັນວ່າ ສິນຄ້າຂອງທ່ານມີຄວາມເໝາະສົມ ກັບ ພວກເພິ່ນທີ່ສຸດ ເມື່ອທຽບກັບສິນຄ້າ ຂອງບໍລິສັດອື່ນ. ແຕ່ກ່ອນອື່ນໝົດ ທ່ານຕ້ອງຮູ້ຈັກວ່າລູກຄ້າຂອງທ່ານແມ່ນໃຜ? ແລະ ພວກເພິ່ນຕ້ອງການ ຫຍັງແດ່?
- ຈະເຂົ້າເຖິງລູກຄ້າຂອງຂ້ອຍໄດ້ແນວໃດ? ວິທີການສື່ສານມີຫຼາກຫຼາຍ ເຊັ່ນ ສື່ສິ່ງພິມ ແລະ ສື່ອອນລາຍ ເປັນຕົ້ນ, ນອກນັ້ນທ່ານ ອາດນຳໃຊ້ ການລົງໂຄສະນາຕິດກັບປ້າຍລົດເມ ຫຼື ຈ້າງນັກຮຽນເອົາໃບປິວໄປແຈກຍາຍຕາມ ສະຖານທີ່ຊຸມຊົນ. ວິທີດັ່ງກ່າວ ອາດເໝາະສົມກັບສິນຄ້າຂອງທ່ານ ແຕ່ມັນກໍ່ອາດຈະບໍ່ເໝາະກັບ ສິນຄ້າອື່ນໆ. ທ່ານຕ້ອງໄດ້ທົດສອບ ຫຼາຍໆວິທີ ເພື່ອຫາວິທີທີ່ດີທີ່ສຸດ ໃນການໂຄສະນາທຸລະກິດຂອງທ່ານ.
- ຄູ່ແຂ່ງຄົນອື່ນໆເຮັດຫຍັງແດ່? ໃນເວລາທີ່ທຸກສິ່ງທຸກຢ່າງດຳເນີນໄປດ້ວຍດີ, ມັນຈະເຫັນໄດ້ດີວ່າທ່ານ ເຮັດຫຍັງກໍ່ໄດ້ດີ ແລະ ທ່ານຈະເຫັນແຕ່ຈຸດແຂງຂອງທ່ານເອງ. ແຕ່ໃນກໍລະນີທີ່ທ່ານຕົກໃນສະຖານະການລຳບາກ ທ່ານຈະ ເຫັນແຕ່ຄວາມອ່ອນແອ, ຄວາມເຈັບປວດ, ຄວາມຫຍຸ້ງຍາກ ແລະ ຈຸດອ່ອນຂອງຕົນເອງ ແລະ ມັນເຮັດໃຫ້ທ່ານ ຮູ້ສຶກວ່າ ທ່ານກຳລັງດ້ອຍຈາກຄູ່ແຂ່ງຄົນ ແລະ ໃນທີ່ສຸດມັນເຮັດໃຫ້ທ່ານ ຮູ້ສຶກ ທໍ້ແທ້ ແລະ ໝົດຫວັງ.
ແນວໃດກໍ່ຕາມຄູ່ແຂ່ງຂອງທ່ານ ສາມາດສິດສອນບົດຮຽນຫຼາຍກວ່າທີ່ທ່ານຄິດ. ດັ່ງນັ້ນ ໃນການ ສ້າງແຜນການຕະຫຼາດສະບັບໃໝ່ ທ່ານຕ້ອງໄດ້ບັນຈຸຫຼາຍບັນຫາເຂົ້າມາໃນບົດ ແລະ ເບິ່ງໃຫ້ມັນ ເລິກແລບ ແລະ ກວ້າງຂວາງ. ທ່ານຕ້ອງໄດ້ເຮັດວຽກກັບຫຼາກຫຼາຍຄົນ ເພື່ອໃຫ້ພວກເພິ່ນໄດ້ສະແດງຄວາມຄິດເຫັນ ໃໝ່ໆເຂົ້າໃນການສ້າງແຜນ ເພື່ອເຮັດໃຫ້ມັນມີຄວາມແຕກຕ່າງ ແລະ ມີການຈັດ ຕັ້ງປະຕິບັດແຕ່ລະອັນໃຫ້ມີຄວາມລະອຽດ.
ໃນ 5 ຄຳຖາມນີ້, ທ່ານຄິດວ່າຄຳຖາມໃດຕອບຍາກທີ່ສຸດສຳລັບທຸລະກິດຂອງທ່ານ? ມາແລກປ່ຽນແນວຄິດກັນເບິ່ງ! 👇