ນິທານເລື່ອງ “ ສັງສິນໄຊ ” ອາດເວົ້າໄດ້ວ່າ ເປັນໜຶ່ງຄວາມສຸດຍອດວັນນະຄະດີຂອງລາວທີ່ເຄີຍມີມາ. ຄວາມຄິດສ້າງສັນດ້ານສິລະປະນັບພັນປີນີ້ ອາດສູນຫາຍຫາກຄົນລາວເຮົາບໍ່ຮ່ວມກັນພິທັກຮັກສາ ແລະ ເສີມຂະຫຍາຍ.
ຫຼາຍໆຄົນອາດຮູ້ຈັກຕົວລະຄອນດັງໆ ຂອງຕ່າງປະເທດ. ເຊັ່ນ: ຊຸບເປີ້ແມ້ນ – Superman, ມະນຸດເຈຍ – Batman ຫຼື ມະນຸດແມງມຸມ – Spider man. ຈາກນິທານກາຕູນ ທີ່ຂຽນຂຶ້ນ ກັບກາຍເປັນໜັງທີ່ສ້າງລາຍຮັບໃຫ້ແກ່ຜູ້ສ້າງ ເປັນຖະລົ່ມຖະລາຍ. ຈະເວົ້າໄປແລ້ວ, ເນື້ອເລື່ອງ ບູຮານຂອງລາວເຮົານັ້ນ ກໍ່ມີຫຼາຍໆອັນທີ່ພິເສດ, ສ້າງສັນ ແລະ ສອນຈັນຍາບັນໃຫ້ແກ່ເດັກນ້ອຍ. ນິທານເປັນສິ່ງໜຶ່ງສ້າງຈິດສຳນຶກ ແລະ ປູກຈິດສຳນຶກດີໆໃຫ້ແກ່ເດັກນ້ອຍ. ຜູ້ໃຫຍ່ລຸ້ນກ່ອນ ຫຼື ທີ່ໂຮງຮຽນ ຈະມັກໃຊ້ນິທານເປັນເຄື່ອງມືສອນ. ສິ່ງເຫຼົ່ານີ້ ຊ່ວຍກັນສົ່ງເສີມຕໍ່ໆໄປ.
“ຈະເວົ້າໄປແລ້ວ, ເນື້ອເລື່ອງ ບູຮານຂອງລາວເຮົານັ້ນ ກໍ່ມີຫຼາຍໆອັນທີ່ພິເສດ, ສ້າງສັນ ແລະ ສອນຈັນຍາບັນໃຫ້ແກ່ເດັກນ້ອຍ. ນິທານເປັນສິ່ງໜຶ່ງສ້າງຈິດສຳນຶກ ແລະ ປູກຈິດສຳນຶກດີໆໃຫ້ແກ່ເດັກນ້ອຍ.”
ເນື່ອງຈາກ ປະເທດລາວເຮົາກໍ່ມີຫຼາຍອັນຈຳກັດ, ແຕ່ເວລາເຫັນປະເທດອື່ນ ທີ່ມີການສ້າງໜັງ, ເພງ ແລະ ບົດຂຽນ ທີ່ມີລັກສະນະສ້າງສັນແກ່ສັງຄົມແລ້ວ ກໍ່ອົດທີ່ຈະນ້ອຍໃຈບໍ່ໄດ້. ຫຼາຍໆທ່ານ ອາດຈະຮູ້ຈັກ ຕົວລະຄອນ ຊື່: ຊຸບເປີ້ແມ້ນ (Superman) ທີ່ມີການສ້າງມາຫຼາຍໆຕອນ. ຂ້າພະເຈົ້າກໍ່ບໍ່ຢາກວ່າເນື້ອເລື່ອງໃຜດີກວ່າກັນ ຫຼື ໃຜມີລິດເດດກວ່າກັນ ແຕ່ເມື່ອກັບຫວນເບິ່ງ “ ອ້າຍສິນໄຊ ” ແລ້ວ ເຮົາຍິ່ງຈະເຫັນວ່າ ມີຫຼາຍອັນຕ້ອງໄດ້ຮ່ວມກັນຄິດວ່າຈະປົກປັກ ແລະ ເລົ່າຕໍ່ຄົນລຸ້ນຫຼັງແນວໃດດີ?
ຄັນຈະວ່າ ສັງສິນໄຊ ກໍ່ເປັນຄົນເກັ່ງ, ວິເສດ, ບິນໄດ້ ແລະ ມີຄວາມ ສາມາດຫຼາຍ ຄືກັບ ຕົວລະຄອນ ຊຸບເປີ້ແມນ (Superman) ເຊິ່ງເຂົາເຈົ້າພະຍາຍາມພິທັກ ແລະ ປົກປ້ອງສັງຄົມ. ແຕ່ວັນນະຄະດີເລື່ອງສັງສິນໄຊ ອາດສູນຫາຍຫາກຄົນລາວເຮົາບໍ່ສົນໃຈປົກປັກ. ຂ້າພະເຈົ້າຫວັງວ່າຄົນລຸ້ນນີ້ຈະຊ່ວຍກັນຮັກສາວັນນະຄະດີອັນລ້ຳຄ່ານີ້ໄວ້.
ທ່ານເຄີຍອ່ານ ຫຼື ຟັງນິທານເລື່ອງ “ສັງສິນໄຊ” ບໍ່? ມາແບ່ງປັນຄວາມປະທັບໃຈກ່ຽວກັບວັນນະຄະດີເລື່ອງນີ້ກັນ! 👇