ນັບເປັນເວລາໜຶ່ງທີ່ໄດ້ອຸທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ.
ຂ້າພະເຈົ້າສາລະພາບວ່າບໍ່ໄດ້ຮູ້ເຄັດລັບພິເສດຫຍັງ ແລະ ກໍ່ບໍ່ເຊື່ອວ່າເຄັດລັບທີ່ຄົນອື່ນຮູ້ ຈະໃຊ້ໄດ້ຜົນກັບຕົນເອງ. ເຊັ່ນດຽວກັນກໍ່ບໍ່ສາມາດຊີ້ໄດ້ໃຫ້ເຫັນວ່າອັນໃດຖືກຫຼືຜິດ. ສິ່ງນັ້ນແລ້ວແຕ່ທ່ານຈະຕັດສິນເຮັດເອງ.
ຖ້າຫາກຄວາມລັບຂອງການຫາເງິນ, ມີຄວາມສຸກ ແລະ ປະສົບຜົນສຳເລັດ ສາມາດສອນກັນໄດ້ ຂ້າພະເຈົ້າຄິດວ່າທຸກໆຄົນ ຖ້າອ່ານປຶ້ມ ຂອງມະຫາເສດຖີແລ້ວຄົງຈະເປັນເສດຖີ ຫຼື ຖ້າອ່ານປຶ້ມພະພຸດທະເຈົ້າແລ້ວຄົງຈະເປັນສຸກ ແລະ ໄປນິບພານໝົດ. ກໍ່ເນື່ອງຈາກວ່າຊີວິດແຕ່ລະຄົນນັ້ນແຕກຕ່າງ ທ່ານຕ້ອງໄດ້ຮຽນຮູ້ອີກຫຼາຍໆອັນແລ້ວດັດແກ້. ຂ້າພະເຈົ້າກໍ່ໄດ້ຮຽນຮູ້ໃຊ້ ແຕ່ຫຼາຍອັນກໍ່ບໍ່ໄດ້ຜົນ. ບໍ່ໝາຍວ່າບໍ່ດີ ແຕ່ສະຖານະການແຕກຕ່າງ.
“ຖ້າຫາກຄວາມລັບຂອງການຫາເງິນ, ມີຄວາມສຸກ ແລະ ປະສົບຜົນສຳເລັດ ສາມາດສອນກັນໄດ້ ຂ້າພະເຈົ້າຄິດວ່າທຸກໆຄົນ ຖ້າອ່ານປຶ້ມ ຂອງມະຫາເສດຖີແລ້ວຄົງຈະເປັນເສດຖີ ຫຼື ຖ້າອ່ານປຶ້ມພະພຸດທະເຈົ້າແລ້ວຄົງຈະເປັນສຸກ ແລະ ໄປນິບພານໝົດ. ກໍ່ເນື່ອງຈາກວ່າຊີວິດແຕ່ລະຄົນນັ້ນແຕກຕ່າງ ທ່ານຕ້ອງໄດ້ຮຽນຮູ້ອີກຫຼາຍໆອັນແລ້ວດັດແກ້.”
ໄດ້ໃຊ້ເວລາໃນການສື່ສານກັບບັນດາທ່ານ ເພື່ອຮ່ວມກັນຄິດການແກ້ໄຂບັນຫາ ການງານ, ການຮຽນ, ບັນຫາຄວາມຮັກ ແລະ ແນວຄວາມຄິດດ້ານສັງຄົມ. ແຕ່ລະຫົວຂໍ້ມີອາລົມນຳ ແລະ ສ້າງຂຶ້ນດ້ວຍສ່ວນເລິກຂ້າງໃນ. ຫົວຂໍ້ທີ່ຕະຫຼົກທີ່ສຸດໃນເວລາຂຽນແມ່ນ ຫົວຂໍ້ “ ເຫັນໃຈອ້າຍແດ່ ” ສ່ວນຫົວຂໍ້ທີ່ເສົ້າທີ່ສຸດແມ່ນ “ ຊອກຫາບ້ານ ” ແລະ ຫົວຂໍ້ທີ່ເຮັດໄປ ແລ້ວມີນໍ້າຕາໄປແມ່ນ “ ຄືນສິດສູ່ມານດາ ” . ນອກນັ້ນຍັງມີຫຼາຍຫົວຂໍ້ທີ່ຫຼາຍຄົນປະທັບໃຈ ແລະ ມີການສົນທະນາກັນຫຼາຍ ແລະ ສ່ວນຕົວແລ້ວກໍ່ມັກ ຄື “ ຮັກບໍ່ຈຳກັດ ” ເຊິ່ງທີ່ມີຄົນເຫັນຫຼາຍກວ່າ ສອງລ້ານຄົນ ແລະ ມີການກົດແຊຣ໌ຫຼາຍກວ່າ 6000 ຄັ້ງ.
ການສື່ສານທາງອອນລາຍເຮັດໃຫ້ເຮົາສາມາດໃກ້ຊິດກັນຫຼາຍຂຶ້ນ. ຂ້າພະເຈົ້າຢາກໃຊ້ສື່ນີ້ໃນການ ສ້າງສາຍພົວພັນກັບບັນດາທ່ານ ໃນນາມເພື່ອນມິດ. ເຊິ່ງກໍ່ແທດເໝາະກັບແນວຄວາມຄິດທີ່ວ່າ: ເພື່ອນແທ້ແກ້ບັນຫາ.
ບົດຄວາມໃດທີ່ທ່ານເຄີຍອ່ານແລ້ວຮູ້ສຶກປະທັບໃຈ ຫຼື ກົງກັບຊີວິດຂອງທ່ານທີ່ສຸດ? ມາແບ່ງປັນກັນໄດ້ເດີ້! 👇