Home ພິຊິດງານບັດອວຍພອນ ອັນຊົງພະລັງ

ບັດອວຍພອນ ອັນຊົງພະລັງ

ສ້າງຄວາມປະທັບໃຈ ແລະ ໂອກາດທາງທຸລະກິດດ້ວຍການສົ່ງບັດ 💌🤝

by NorKhame
0 comments

ດຽວກ່ອນ … ກ່ອນຈະສົ່ງບັດອວຍພອນ ເນື່ອງໃນໂອກາດຕ່າງໆ ໃຫ້ທ່ານອ່ານເບິ່ງບົດຄວາມ ນີ້ກ່ອນ. ບັດອວຍພອນມີຄວາມໝາຍແກ່ທຸລະກິດຂອງທ່ານ. ເພາະມັນສາມາດເປັນເຄື່ອງມືໃນ ການໂຄສະນາ ທຸລະກິດຂອງທ່ານ. ຈະເສຍເງິນສ້າງບັດອວຍພອນ ຕ້ອງໄດ້ຄຳນຶງເຖິງຫຼາຍໆ ບັນຫາ. ໃນນີ້ ຈະສະເໜີ ສາມ-ສີ່ວິທີ ໃຫ້ທ່ານໄດ້ລອງໄປນຳໃຊ້ເບິ່ງ.

ການສົ່ງບັດອວຍພອນເນື່ອງໃນໂອກາດຕ່າງໆນັ້ນ ເປັນການສະແດງສາຍພົວພັນລະຫວ່າງລູກຄ້າ ແລະ ບໍລິສັດ. ມັນຈະດີຊຳໃດ ຖ້າຫາກມີຄົນສົ່ງບັດອວຍພອນໃນວັນເກີດ, ປີໃໝ່ ແລະ ໂອກາດຕ່າງໆ. ໂດຍສະເພາະປີໃໝ່ສາກົນ ເປັນໂອກາດໃນການສະແດງຄວາມຂອບໃຈ ໃນປີຜ່ານມາ ແລະ ສ້າງໂອກາດໃນການເຮັດວຽກນຳກັນທີ່ດີໃນຕໍ່ໜ້າ.

“ການມີບັດອວຍພອນທີ່ສະແດງເຖິງຄຸນນະພາບສູງ ທັງດ້ານການອອກແບບ ແລະ ກຣາຟິກ ມັນເປັນການ ສະແດງເຖິງການເປັນມືອາຊີບ ແລະ ຄວາມເອົາໃຈໃສ່. ສິ່ງນີ້ ມັນຍັງເປັນການ ສະທ້ອນເຖິງຄຸນນະພາບ ຂອງບໍລິສັດທ່ານໄດ້ເປັນຢ່າງດີ…”

ຜູ້ໄດ້ຮັບ ແລະ ຜູ້ສົ່ງໜ້າຈະມີຄວາມເພິ່ງພໍໃຈຕໍ່ກັບການສະແດງ ຄຳເວົ້າອັນຈົບງາມ ລົງໃນເຈ້ຍພິມ ຫຼື ຜ່ານທາງບັດອວຍພອນເອເລັກໂທຣນິກ. ນອກຈາກການສະແດງ ຄວາມພໍໃຈທາງດ້ານການຮ່ວມມືແລ້ວ ມັນຍັງມີຄວາມສຳຄັນແນວອື່ນອີກສຳລັບນັກທຸລະກິດ. ໃນການສົ່ງບັດອວຍພອນ ອາດແຝງດ້ວຍຄວາມໝາຍໃນການໂຄສະນາເພື່ອໃຫ້ມີການຈົດຈຳ ກ່ຽວກັບບໍລິສັດ ເຊິ່ງທ່ານຈະໄດ້ຄຳນຶງເຖິງບັນຫາດັ່ງລຸ່ມນີ້:

  1. ຄຸນນະພາບ ການມີບັດອວຍພອນທີ່ສະແດງເຖິງຄຸນນະພາບສູງ ທັງດ້ານການອອກແບບ ແລະ ກຣາຟິກ ມັນເປັນການ ສະແດງເຖິງການເປັນມືອາຊີບ ແລະ ຄວາມເອົາໃຈໃສ່. ສິ່ງນີ້ ມັນຍັງເປັນການ ສະທ້ອນເຖິງຄຸນນະພາບ ຂອງບໍລິສັດທ່ານໄດ້ເປັນຢ່າງດີ ເຊິ່ງຈະເຮັດໃຫ້ລູກຄ້າ ໝັ້ນໃຈ ແລະ ຮູ້ວ່າທ່ານມີຄວາມຕັ້ງໃຈ.
  2. ເນື້ອໃນ ແນ່ນອນ ທ່ານສາມາດເລືອກຊື້ບັດອວຍພອນ ທີ່ມີຄຳຂວັນ ແລະ ຄຳອວຍພອນທີ່ຂຽນໄວ້ ແລ້ວ ທີ່ວາງຂາຍຕາມທ້ອງຕະຫຼາດ. ແຕ່ນັ້ນມັນເປັນການຂາດການເອົາໃຈໃສ່ ແລະ ຄວາມປະທັບໃຈ ຕໍ່ກັບຜູ້ຮັບກໍ່ຈະມີໜ້ອຍລົງ. ສິ່ງທີ່ທ່ານຄວນເຮັດ ກໍ່ຄືການເພີ່ມຄຳເວົ້າຂອງ ທ່ານລົງໄປໃນບັດດັ່ງກ່າວເຊັ່ນ ການຂຽນຄຳອວຍພອນ ຫຼື ຂຽນຂໍ້ຄວາມໃດໜຶ່ງ ກ່ຽວກັບ ຜູ້ໄດ້ຮັບ. ການໃຊ້ບິກຂຽນລົງໃນເຈ້ຍບັດອວຍພອນ ຍິ່ງເປັນການດີ ເພາະມັນເປັນການ ສະແດງ ຄວາມໃກ້ຊິດ ແລະ ເຮັດໃຫ້ບັດດັ່ງກ່າວເປັນຕາໜ້າອ່ານຫຼາຍຂຶ້ນ.
  3. ການນຳສະເໜີ ວິທີການສົ່ງບັດອາດບໍ່ມີຄວາມສຳຄັນຫຼາຍ. ຊອງບັດອວຍພອນ ຈະເປັນສິ່ງທຳອິດກະຕຸ້ນໃຫ້ ຄົນເປີດອ່ານຂໍ້ຄວາມທາງໃນ ຫຼື ຈະບໍ່ເປີດອ່ານເລີຍ. ເມື່ອເປັນດັ່ງນັ້ນ ຢ່າໄດ້ໃຫ້ຄວາມສົນໃຈໜ້ອຍລົງກັບບັນຫາເລື່ອງຊອງ. ບັດຄວນຖືກຫຸ້ມຫໍ່ ດ້ວຍການອອກແບບເປັນລັກສະນະດຶງດູດ ແລະ ຕິດພັນກັບການສະແດງຕົວຕົນຂອງບໍລິສັດ. ເປັນໄປໄດ້ອາດມີການອອກແບບກຣາບຟິກ ທີ່ເປັນລັກສະນະສະເພາະຕົວທີ່ຊອງ.
  4. ຈຸດປະສົງ ແນ່ນອນການສົ່ງບັດອວຍພອນເປັນການສະແດງ ຄວາມມີນ້ຳໃຈ ແລະ ການນັບຖື ແຕ່ມັນໝາຍ ເຖິງວຽກງານການຕະຫຼາດ. ບໍ່ມີຫຍັງທີ່ຈະເປັນສິ່ງໜ້າອັບອາຍ ໃນການສະແດງຄວາມປາບປື້ມປິຕິຍິນດີໃນນາມບໍລິສັດ ແລະ ໃນເວລາດຽວກັນ ກໍ່ເປັນໂອກາດອັນດີໃນການສ້າງໂອກາດ ແລະ ສະແດງຄວາມຕັ້ງໃຈໃນການສ້າງຄວາມປະທັບໃຈ ເພື່ອໂອກາດໃນການເຮັດທຸລະກິດຮ່ວມກັນຕື່ມອີກ. ສິ່ງທີ່ຄວນບັນຈຸໃນບັດ ແມ່ນການກະຕຸ້ນໃຫ້ມີການເຮັດວຽກນຳກັນ. ຢ່າລືມ ໃສ່ນາມບັດຂອງບໍລິສັດ ແລະ ໂລໂກ້ຂອງບໍລິສັດ ລົງໄປໃນບັດນຳ.

ປີໃໝ່ ຫຼື ໂອກາດພິເສດນີ້ ທ່ານມີແຜນຈະສົ່ງບັດອວຍພອນ ຫຼື ຂອງຂວັນນ້ອຍໆ ເພື່ອສະແດງຄວາມຂອບໃຈໃຫ້ລູກຄ້າ ຫຼື ເພື່ອນຮ່ວມງານແລ້ວບໍ່? 💌👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?