Home NorKhame1.0ເປັນສຸກ ແລ້ວເຮັດວຽກດີຂຶ້ນ

ເປັນສຸກ ແລ້ວເຮັດວຽກດີຂຶ້ນ

ເປັນສຸກ ແລ້ວເຮັດວຽກດີຂຶ້ນ: ປ່ຽນມຸມມອງໃໝ່ ເພື່ອຄວາມສຳເລັດໃນໜ້າທີ່ການງານ 😊📈

by NorKhame
0 comments

ຄວາມສຸກ ແລະ ສະມັດຖະພາບການຜະລິດ (ຄວາມສາມາດໃນການເຮັດວຽກ) ມີການພົວພັນກັນໄດ້ແນວໃດ? ຖ້າ ຫາກທ່ານຕ້ອງການຍົກລະດັບຄວາມສາມາດໃນການເຮັດວຽກ, ໃນແຕ່ລະວັນ ຄວນຮັກສາແນວຄວາມຄິດຂອງທ່ານ ໃຫ້ເປັນສຸກ. ນັກຈິດຕະສາດຫຼາຍໆທ່ານ ໄດ້ຄົ້ນຄ້ວາຄວາມກ່ຽວຂ້ອງຂອງສະພາບຈິດໃຈ ແລະ ສະມັດຖະພາບການເຮັດວຽກ. ຜົນການວິໄຈຫຼາຍໆທ່ານຕ່າງກໍ່ເຫັນພ້ອມກັນວ່າ: “ ຊີວິດແບບປະຖົມປະຖານກໍ່ສາ ມາດເຮັດໃຫ້ຊີວິດມີຄວາມສຸກໄດ້; ທັງໝົດມັນຂຶ້ນກັບຕົວທ່ານເອງ, ຂຶ້ນກັບວ່າທ່ານຄິດແນວໃດກັບບັນຫາທີ່ເກີດຂຶ້ນ. ”

ຄົນທີ່ມີຄວາມສຸກກັບສິ່ງທີ່ຕົນເອງເຮັດ ຈະມີສະມັດຖະພາບການຜະລິດທີ່ສູງກວ່າຄົນທີ່ມີແຕ່ຄວາມ ເສົ້າສ້ອຍ ແລະ ບໍ່ມັກໃນສິ່ງທີ່ຕົນເອງເຮັດຢູ່. ລອງທົບທວນຄືນໃນເວລາທີ່ ທ່ານເຄີຍເຮັດວຽກທີ່ທ່ານມັກ ມັນແທ້ມັກວ່າ, ໃນເວລານັ້ນ ທ່ານຈະເຫັນໄດ້ວ່າລືມສັງເກດເບິ່ງເວລາໄປເລີຍ. ເຖິງວ່າມັນຈະໃຊ້ເວລາເປັນຫຼາຍໆຊົ່ວໂມງ ແຕ່ທ່ານກັບຮູ້ສຶກວ່າມັນເປັນ ພຽງຊ່ວງໄລຍະເວລາແຕ່ນາທີເທົ່ານັ້ນ. ການເຮັດວຽກແບບ ແບບມີຄວາມເພີດເພີນດັ່ງກ່າວ ແມ່ນສິ່ງສຳຄັນ ສຳລັບການ ຍົກສະມັດຖະພາບການຜະລິດ. ຖ້າຫາກ ທ່ານຢາກເປັນຄົນມີຄວາມສຸກ ແລະ ເຮັດວຽກໄດ້ດີ ໃຫ້ທ່ານວາງແຜນການ ເຮັດວຽກ, ແລະ ບໍ່ຕ້ອງຜິດຫວັງກັບຜົນທີ່ໄດ້ຮັບຂອງວຽກງານ ໂດຍສະເພາະໃນຍາມທີ່ບໍ່ບັນລຸເປົ້າ ແຕ່ຄວນສ້າງການ ສຶກສາ ແລະ ພະຍາຍາມຕໍ່ໄປ.

ສິ່ງໜຶ່ງທີ່ຄ້າຍໆຄືກັນຂອງກຸ່ມຄົນທີ່ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ພວກເພິ່ນຈະພິຈາລະນາ ວິທີການເບິ່ງໂລກ ຂອງຕົວເອງວ່າ ໃນແຕ່ລະໄລຍະການຮັບຮູ້ ພາຍໃນຕົນເອງມີ “ ລັກສະນະແນວຄວາມຄິດແບບໃດ? ເບິ່ງໂລກໃນແງ່ດີຫຼື ຮ້າຍ ” ການສະແດງອອກທາງຮ່າງກາຍ ສາມາດບົ່ງບອກເຖິງຮູບແບບການຄິດ ຂອງບຸກຄົນໆນັ້ນທີ່ມີມາຫຼາຍປີ ເຊິ່ງມີອິດ ທິພົນໃນຕົວຂອງທ່ານໃຫ້ຄິດ ແລະ ສະແດງແນວນັ້ນອອກມາຕະຫຼອດ.

“ວິທີທ່ານຄິດມັນເປັນສິ່ງທີ່ສຳຄັນກວ່າວ່າທ່ານຄິດຫຍັງ. ຄຸນລັກສະນະທີ່ເຫັນໄດ້ແຈ້ງລະຫວ່າງສິ່ງທີ່ດີ ກັບສິ່ງດີເລີດ… ແມ່ນຄວາມສາມາດໃນການຄິດກ່ຽວກັບຕົນເອງ.”

ວິທີທ່ານຄິດມັນເປັນສິ່ງທີ່ສຳຄັນກວ່າວ່າທ່ານຄິດຫຍັງ. ຄຸນລັກສະນະທີ່ເຫັນໄດ້ແຈ້ງລະຫວ່າງສິ່ງທີ່ດີ ກັບສິ່ງດີເລີດ,​ ຫຼື ເພື່ອນຝູງທີ່ປະສົບຜົນສຳເລັດ ແລະ ລົ້ມເຫຼວ ແມ່ນຄວາມສາມາດໃນການຄິດກ່ຽວກັບຕົນເອງ. ຄົນປະສົບຜົນສຳເລັດ ມີຄວາມຄິດກ່ຽວກັບຄວາມສຳເລັດ ຫຼື ກ້າວເຂົ້າຫາຄວາມສຳເລັດ ແລະ ກົງກັນຂ້າມກັບຄົນທີ່ລົ້ມເຫຼວ ເຊິ່ງມີຄວາມຢ້ານ ແລະ ວາດພາບຄວາມພ່າຍແພ້ຂອງຕົນເອງໄວ້ ໃນເວລາ ທີ່ພົບກັບສິ່ງທ້າທາຍ. ແນວໃດກໍ່ຕາມ “ ຄວາມສຳເລັດ ” ແມ່ນນິ ຍາມທີ່ ທ່ານກຳນົດຂຶ້ນເອງ ວ່າມັນແມ່ນຫຍັງ ຫຼື ທ່ານຕ້ອງການບັນລຸຫຍັງ?

ບາງຄັ້ງຄົນມີຄວາມກົດດັນ ກັບຫຼາຍສິ່ງຫຼາຍຢ່າງ. ທັກສະທີ່ສຳຄັນອັນໜຶ່ງເພື່ອເຮັດໃຫ້ຕົນເອງມີຄວາມສຸກ ແມ່ນຕ້ອງຄິດ ປາສະຈາກຄວາມຕ້ອງການຄວບຄຸມສິ່ງອ້ອມຂ້າງໃຫ້ເປັນໃນສິ່ງທີ່ຕົນຢາກໃຫ້ເປັນ. ໃຫ້ທ່ານຈົ່ງຕັ້ງຄຳຖາມ ກັບຕົນເອງ ວ່າ:​ ທ່ານເຮັດຫຍັງຢູ່ ເພື່ອຢາກໃຫ້ຄົນອື່ນຮູ້ຈັກ? ທ່ານຕ້ອງການເຮັດຫຍັງ? ແມ່ນຫຍັງທີ່ເປັນໄປໄດ້? ຮູບແບບການຕອບ ຄຳຖາມດັ່ງກ່າວແມ່ນສະແດງອອກມາເປັນບຸກຄະລິກ ແລະ ການປະພຶດຕົວຈິງ. ການປ່ຽນແປງເລີ່ມຂຶ້ນ ຈາກສິ່ງທີ່ທ່ານ ບອກຕົວທ່ານເອງ ແລະ ມັນກໍ່ສົ່ງກະແສ ຄຳເວົ້າດັ່ງກ່າວຜ່ານທາງຈິດຫາຄົນທີ່ທ່ານຄົບຫາ. ຄຳຕອບທີ່ແຕກຕ່າງໃນແຕ່ ລະໄລຍະ, ມັນສາມາດປ່ຽນ ພາບລັກຂອງຕົວທ່ານເອງ. ເຫັນໄດ້ວ່າແນວຄວາມຄິດ ແລະ ວິທີເບິ່ງໂລກ ມີອິດທິພົນໃນການ ສ້າງຮູບແບບການດຳລົງຊີວິດ.

ໃຫ້ຟັງສິ່ງທີ່ທ່ານເວົ້າອອກມາ ແລະ ພິຈາລະນາຄວາມຄິດຂອງຕົນເອງໃນແຕ່ລະວັນ. ທ່ານກຳລັງເວົ້າ ຫຼື ຄິດໃນທາງ ບວກຫຼືບໍ່? ໃນກຸ່ມບາງຄົນເມື່ອພົບປັນຫາພວກເພິ່ນຈະຄິດວ່າ: “ ຕົນເອງມັກເຈິບັນຫາທີ່ຮ້າຍແຮງກ່ອນທີ່ຈະສະບາຍໃນ ບັ້ນສຸດທ້າຍ. ” ຫຼື ອີກກຸ່ມຄົນໜຶ່ງ ຈະຄິດໃນທາງລົບໄປເລີຍ ເຊັ່ນ: ໝົດກັນທໍ່ນີ້, ຈຸດຈົບແນ່ນອນ. ຫຼືວ່າ ໃນມື້ນີ້ “ ຕາເວັນກຳ ລັງສ່ອງແສງສວຍງາມ, ແຕ່ພະຍາກອນອາກາດອາດພັດແຈ້ງ ວ່າຈະມີຝົນຕົກໃນທ້າຍອາທິດ ” ຂ່າວດັ່ງກ່າວມັນຈະເປັນ ການສ້າງວັນພັກທີ່ບໍ່ສະດວກສຳລັບການເດີນທາງໃຫ້ກັບ ກຸ່ມຄົນບາງຄົນ ແຕ່ເບິ່ງອີກແງ່ດີແລ້ວມື້ຝົນ ຕົກຈະເຮັດໃຫ້ອາ ກາດເຢັນສະບາຍ ແລະ ສາມາດກັບມາບ້ານຕອນຄໍ່າໆໄດ້ ໂດຍບໍ່ຕ້ອງກັງວົນກັບວ່າໃຜຈະຫົດນ້ຳດອກໄມ້.

ບົດເຝິກຫັດຕໍ່ໄປນີ້ ເປັນການເຝິກພາຍໃນ 15 ນາທີ ເພື່ອໃຫ້ເຫັນໄດ້ວ່າ ທ່ານມີວິທີເບິ່ງບັນຫາໃນປະຈຸ ບັນຄືແນວໃດ ແລະ ທ່ານຈະຮູ້ວ່າມັນໄດ້ຜົນຫຼືບໍ່, ແລະ ມັນເຮັດໃຫ້ທ່ານຮູ້ວ່າ ທ່ານຄວນຕ້ອງໄດ້ ປັບປຸງ ອັນໃດຕື່ມອີກ. ໃຫ້ທ່ານຕອບບັນຫາຕໍ່ ໄປນີ້ແບບຊື່ສັດທີ່ສຸດ ແລະ ຂຽນຄຳຕອບລົງໃນເຈ້ຍສະເພາະ: ຊີວິດແມ່ນ ເງິນແມ່ນ ລົດໂດຍສານທາງໄກແມ່ນ ເປົ້າໝາຍແມ່ນ ວຽກງານແມ່ນ ຄົນເຈົ້າລະບຽບແມ່ນ

ວິທີທີ່ທ່ານຕອບບັນຫາດັ່ງກ່າວ ແມ່ນຮູບແບບການເບິ່ງໂລກຂອງທ່ານເອງ. ຄຳຕອບຕໍ່ໄປນີ້ເປັນຕົວຢ່າງ ທີ່ສະແດງໃຫ້ ເຫັນຮູບແບບການເບິ່ງໂລກຂອງຄົນສອງກຸ່ມທີ່ຢູ່ໃນກຸ່ມບວກ ແລະ ລົບ.

ຊີວິດແມ່ນມີແຕ່ແນວດີ-ຊີວິດມີແຕ່ຄວາມລຳບາກ ເງິນແມ່ນສິ່ງທີ່ຂ້ອຍໃຊ້ໃນການສ້າງໂອກາດ-ເງິນແມ່ນສາເຫດຂອງສິ່ງຊົ່ວຮ້າຍທັງປວງ ຍົນໂດຍສານມີໄວ້ສຳລັບໃຫ້ຄົນໄດ້ເຄື່ອນຍ້າຍ-ລົດໂດຍສານທາງໄກມີໄວ້ສຳລັບຄົນມີເງິນ ເປົ້າໝາຍມີໄວ້ເພື່ອໃຫ້ຕົນເອງມີຄວາມກະຕືລືລົ້ນຫຼາຍຂຶ້ນ-ເປົ້າໝາຍແມ່ນສິ່ງທີ່ສວຍງາມ, ແຕ່ວ່າຂ້ອຍບໍ່ມີເວລາ ພໍທີ່ຈະເຮັດມັນ ວຽກງານແມ່ນສິ່ງທີ່ຂ້ອຍເຮັດເພື່ອສະແດງຄວາມເປັນຕົວຂອງຂ້ອຍ-ວຽກງານບໍ່ສິ້ນສຸດຈັກເທື່ອ ຄົນເຈົ້າລະບຽບເຮັດວຽກໄດ້ດີ-ຄົນເຈົ້າລະບຽບເປັນຄົນລຳລີ້ລຳໄລ

ເມື່ອທ່ານປຽບທຽບຄຳຕອບຂອງຕົນເອງ ກັບຕົວຢ່າງຄຳຕອບຂ້າງເທິງ, ມັນຈະເປັນຕົວບອກໃຫ້ທ່ານຮູ້ວ່າ ທ່ານຕ້ອງການ ປ່ຽນມຸມມອງ ຕໍ່ກັບການເບິ່ງບັນຫາໃດ ໜຶ່ງໃນຊີວິດຂອງທ່ານຫຼືບໍ່? ການປັບປຸງໃຫ້ດີຂຶ້ນ ບໍ່ໄດ້ໝາຍວ່າມີສິ່ງໃດຜິດພາດໃນ ຊີວິດຂອງທ່ານ. ແຕ່ການປັບຕົວ ມັນສະແດງເຖິງການກ້າວໄປຂ້າງໜ້າ ເພື່ອສິ່ງໃໝ່ໆໃດໜຶ່ງ ແລະ ມີຄວາມເປັນໄປໄດ້ ທີ່ຈະມີຊີວິດທີ່ດີກວ່າເກົ່າ.

ຄົນໃຊ້ເວລາສ່ວນໃຫຍ່ໃນຫ້ອງການ, ດັ່ງນັ້ນ ການມີປະສິດທິພາບສູງ ໃນການເຮັດວຽກເປັນສິ່ງຈຳເປັນເພື່ອ ສ້າງເງື່ອນໄຂ ໃນການພັດທະນາຕົນເອງ ແລະ ຜົນປະໂຫຍດອື່ນໆທີ່ຈະໄດ້ຮັບຈາກອົງການຈັດຕັ້ງ. ໃນເມື່ອອາລົມຈິດຂອງຄົນມີຜົນສຳ ລັບການເຮັດວຽກຂອງຕົວທ່ານເອງແລ້ວ, ການສ້າງໃຫ້ຕົນເອງມີອາລົມຈິດຍິ້ມແຍ້ມ ແຈ່ມໃສ ຈຳເປັນສຳລັບອົງການຈັດ ຕັ້ງ. ຂໍຝາກຄຳເວົ້າໃຫ້ໄດ້ຄົ້ນຄິດ ນຳກັນວ່າ: “ ການກະທຳຈະບໍ່ນຳມາ ເຊິ່ງຄວາມສຸກສະເໝີໄປ; ແຕ່ຈະບໍ່ມີ ຄວາມສຸກ ຖ້າປາສະຈາກການກະທຳ ”

ປັດຈຸບັນນີ້, ມຸມມອງການເຮັດວຽກຂອງທ່ານເປັນພະລັງບວກ ຫຼື ກຳລັງກົດດັນຕົນເອງຢູ່? ມາແລກປ່ຽນຄວາມຄິດກັນເບິ່ງເດີ້ 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?