Home ສ້າງຮຸ່ນໃໝ່ຂໍທາງແດ່

ຂໍທາງແດ່

ຄວາມກະລຸນາ ແລະ ຄວາມຊື່ສັດ ປັດໄຈສຳຄັນສູ່ຄວາມສຳເລັດໃນທຸລະກິດ 🤝✨

by NorKhame
0 comments

ຄົນກະລຸນາເປັນລັກສະນະຂອງຄົນກ້າວໜ້າ ແລະ ພັດທະນາ. ການໃຫ້ເປັນລັກສະນະການມີລົ້ນເຫຼືອ, ຖ້າໃຫ້ເປັນ ແມ່ນວ່າ ທ່ານສາມາດສ້າງສະພາບການເຮັດວຽກທີ່ເປັນຜົນດີ ໃນການພັດທະນາບໍລິສັດໄລຍະຍາວ.

ຄຳເວົ້າສຸພາສິດທີ່ວ່າ: ປານ້ອຍກິນ ປາໃຫຍ່ ຫຼື ຝົນຕົກບໍ່ທົ່ວຟ້າ. ຄຳເວົ້າດັ່ງກ່າວ ມີຄວາມໝາຍຕໍ່ກັບການ ການເຮັດທຸລະກິດຄ້າຂາຍ. ຫຼືຫຼາຍຄົນມັກໄດ້ຍິນວ່າ: ຄັນບໍ່ຕົວະແລ້ວເຮັດໃດຈະເປັນນັກຄ້າຂາຍໄດ້. ໃນຄວາມເປັນຈິງແລ້ວ ຄົນທີ່ປະສົບ ຜົນສຳເລັດໃນການຄ້າຂາຍ ແມ່ນຄົນຊື່ສັດ ແລະ ມີຄວາມກະລຸນາ. ຂ້າພະເຈົ້າຈື່ໄດ້ ເວລາໄປຊື້ຊີ້ນ, ຮ້ານໃດຕິດບໍ່ເຕັມເທື່ອ ໜ້າບໍ່ໄປອີກ. ຫຼື ບ່ອນໃດພະນັກງານປ້ຳນ້ຳມັນ ໃສ່ບໍ່ຕາມເງິນທີ່ຈ່າຍໄປ, ຕໍ່ໄປຈະບໍ່ ໄປອີກ. ແນ່ນອນ ຄົນທີ່ມັກແຕ່ໄດ້ ຈະບໍ່ເຫັນຜົນກະທົບໃນໄລຍະຍາວ. ເພາະຄຳເວົ້າຂອງຄົນໄວ ແລະ ຖ້າຫຼາຍໆຄົນ ເຫັນຄືກັນແລ້ວ ກໍ່ຈະເປັນຜົນເສຍ ຫາຍໃຫຍ່ຫຼວງ ແກ່ບໍລິສັດ. ການໃຫ້ສິ່ງທີ່ສົມເຫດສົມຜົນ, ການມີຄວາມກະລຸນາຕໍ່ກັບເພື່ອນມິດທີ່ເຮັດວຽກຮ່ວມກັນ, ມັນຈະເປັນ ການຊ່ວຍໃຫ້ວຽກງານດຳເນີນໄປໄດ້ສະດວກ, ລູກຄ້າໝັ້ນໃຈ ແລະ ເພື່ອນຮ່ວມງານໃຫ້ຄວາມ ເຄົາລົບນັບຖື.

ແຕ່ການທີ່ທ່ານສະໜອງການໃຫ້ແກ່ທຸກຄົນນັ້ນ, ທ່ານຕ້ອງໝັ້ນໃຈວ່າ ທ່ານຈະບໍ່ກາຍເປັນເຫຍື່ອ ຂອງຄົນອື່ນທີ່ຫວັງ ແຕ່ຈະມາຕັກຕວງເອົາຜົນປະໂຫຍດ.

ຖ້າຫາກທ່ານຢາກຈະກາຍເປັນຜູ້ໃຫ້ທີ່ດີ ທ່ານຄວນພິຈາລະນາດັ່ງນີ້: ສະໜອງການໃຫ້ຫຼາຍໆຮູບແບບ ຖ້າຫາກທ່ານເປັນນັກທຸລະກິດ, ທ່ານບໍ່ຈຳເປັນຈະຕ້ອງໃຫ້ສິນຄ້າໄປຟຣີໆ, ເພາະມັນຈະເຮັດໃຫ້ທຸລະກິດ ຂອງທ່ານ ລົ້ມລະລາຍ. ການໃຫ້ມີຫຼາຍຮູບແບບ. ທ່ານອາດຈະໃຫ້ຄຳແນະນຳທຸລະກິດ ທີ່ທ່ານເຮັດໃຫ້ແກ່ ໝູ່ຄູ່ທີ່ກຳລັງເປີດໃໝ່, ເຮັດໜ້າທີ່ເປັນຜູ້ແນະນຳ, ຫຼື ແບ່ງປັນຂໍ້ມູນດີໆໃຫ້ແກ່ເພື່ອນມິດໃນສາຍງານ ດຽວກັນ, ຫຼື ຊ່ວຍອຳນວຍຄວາມສະດວກ ເພື່ອໃຫ້ເພື່ອນມິດ ທີ່ມີທຸລະກິດແຕກຕ່າງ ໄດ້ມີການຊື້ຂາຍກັນ. ນີ້ກໍ່ເປັນຮູບແບບການໃຫ້. ແລະການໃຫ້ແນວນີ້ ທ່ານ ກໍ່ບໍ່ໄດ້ເສຍເງິນຈັກກີບ.

“ການໃຫ້ເປັນສິ່ງທີ່ຍາກຫຼາຍຖ້າຫາກທ່ານຍັງບໍ່ທັນຄົ້ນພົບຄວາມໝາຍຂອງການໃຫ້.”

ປ່ຽນແປງຮູບແບບການສື່ສານ ຄົນທີ່ມັກຮຽກຮ້ອງເອົາແຕ່ຜົນປະໂຫຍດຈາກຄົນອື່ນ ມັກຈະໃຊ້ການສື່ສານທີ່ເອົາຕົນເອງເປັນສູນກາງ. ຕົວຢ່າງ ເຂົາເຈົ້າ ມັກຈະຖາມວ່າ ທ່ານມີຫຍັງແດ່ທີ່ຈະຊ່ວຍຂ້ອຍ? ໃນທາງກົງກັນຂ້າມ, ຄົນທີ່ເປັນຜູ້ໃຫ້ ມັກຈະອຸທິດຕົນເອງທັງໝົດໃຫ້ກັບອະນາຄົດຂອງຄົນຮ່ວມງານ. ພວກເພິ່ນຈະໃສ່ໃຈກັບສິ່ງ ທີ່ຄົນຕ້ອງການ. ເພື່ອເຮັດໄດ້ແນວນັ້ນ, ທ່ານຕ້ອງໄດ້ຖາມເພື່ອນຮ່ວມງານວ່າ ພວກເພິ່ນ ພົບກັບບັນຫາໃດຫຼືບໍ່ ໃນຊ່ວງການສົນທະນາ. ທ່ານອາດຈະສະໜອງການຊ່ວຍເຫຼືອທັນທີ ຫຼື ສະແດງແນວຄວາມຄິດຫາທາງອອກຊ່ວຍ. ຫຼື ການສະແດງການຮັບຟັງທີ່ດີກໍ່ເປັນສິ່ງທີ່ດີເຊັ່ນດຽວກັນ, ຍິ່ງທ່ານຮັບຟັງຫຼາຍ, ທ່ານຈະຍິ່ງເຫັນທາງແກ້ໄດ້ຫຼາຍໆຮູບແບບທີ່ ຈະຊ່ວຍເປັນກຸນແຈຫາທາງອອກໃຫ້ໃນຕໍ່ໜ້າ.

ຊອກຫາຄວາມໝາຍຂອງການໃຫ້ ນັກຈິດຕະວິທະຍາຄົ້ນພົບວ່າການໃຫ້ ຈະຊ່ວຍສ້າງເຊວໃນເວລາເຮັດກິດຈະກຳນັ້ນໆ ຈົນເຮັດໃຫ້ທ່ານມີຄວາມສຸກ. “ ການ ໃຫ້ເປັນສິ່ງທີ່ຍາກຫຼາຍຖ້າຫາກທ່ານຍັງບໍ່ທັນຄົ້ນພົບຄວາມໝາຍຂອງການໃຫ້ ” . ຖ້າທ່ານຕ້ອງການ “ ໃຫ້ ” ແລະ ມີຄວາມ ສຸກກັບການໃຫ້, ທ່ານກໍ່ຄວນເລີ່ມຈາກການເຮັດໃນສິ່ງທີ່ທ່ານມັກສາກ່ອນ, ເຊັ່ນ: ເລີ່ມຕິດຕໍ່ກັບຄົນເພື່ອສະແດງຄວາມຄິດ ເຫັນໃດໜຶ່ງ ຫຼື ແລກປ່ຽນຄວາມຄິດເຫັນກັບຄົນທີ່ທ່ານສະໜິດ ໃຫ້ເປັນປະຈຳ ເພາະມັນຈະເຮັດໃຫ້ທ່ານຮູ້ສຶກສະບາຍໃຈ. ການທີ່ທ່ານໄດ້ພົບປະກັບຄົນທີ່ທ່ານສົນໃຈ, ຊ່ວຍໃຫ້ທ່ານສາມາດ ຮຽນຮູ້ການໃຫ້ ໃນສິ່ງທີ່ທ່ານມີ ຫຼາຍກວ່າການຫວັງ ໄດ້ຮັບຜົນຕອບແທນ.

ສ້າງຂອບເຂດເພື່ອປ້ອງກັນຕົວເອງ ການໃຫ້ ອາດເຮັດໃຫ້ທ່ານກາຍເປັນເຫຍື່ອຂອງ ຄົນທີ່ຫວັງມາຕັກຕວງຜົນປະໂຫຍດກໍ່ໄດ້. ທ່ານຕ້ອງໄດ້ສ້າງ ຂອບເຂດ ເພື່ອເປັນການກັ່ນກອງ ວ່າຄົນໃດທີ່ທ່ານຄວນຊ່ວຍ ແລະ ສິ່ງໃດທີ່ທ່ານສາມາດສະໜອງໃຫ້ໄດ້. ເຊັ່ນ ຖ້າຫາກ ມີໝູ່ມາ ຢືມເງິນເປັນປະຈຳ ແລະ ບໍ່ໄດ້ນຳໃຊ້ເງິນດັ່ງກ່າວເຂົ້າໃນສິ່ງທີ່ເປັນຜົນປະໂຫຍດ, ທ່ານອາດຈະປະຕິເສດ ບໍ່ໃຫ້ຢືມ ເພື່ອ ບໍ່ເປັນການສົ່ງເສີມໃນສິ່ງທີ່ບໍ່ດີ. ການປະຕິເສດໃນບາງຄັ້ງ ກໍ່ເປັນການຊ່ວຍຄົນໆນັ້ນ ໃຫ້ປ່ຽນແປງພຶດຕິກຳ. ທ່ານຕ້ອງໄດ້ ກຳນົດເວລາ ແລະ ສິ່ງທີ່ທ່ານສາມາດໃຫ້ໄດ້ຢ່າງຊັດເຈນ.

ທ່ານເຄີຍໄດ້ຮັບ “ການໃຫ້” ຫຼື ຄວາມຊ່ວຍເຫຼືອອັນໃດທີ່ປະທັບໃຈທີ່ສຸດຈາກເພື່ອນຮ່ວມງານ? 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?