ພະນັກງານຈະມີວິທີການເຮັດວຽກກັບເຈົ້ານາຍທີ່ກຳລັງມີອາລົມເສຍແນວໃດ? ຫຼາຍໆທ່ານຄິດບໍ່ວ່າ ອາລົມຂອງ ຫົວໜ້ານັ້ນ ມັກແປປວນໄດ້ທຸກຂະນະ.
ສະເພາະຕົນເອງເຂົ້າໃຈ ຄວາມຮູ້ສຶກຂອງ ເພິ່ນດີວ່າ ພວກທີ່ເປັນຫົວໜ້າ ຕ່າງກໍ່ ປະເຊີນກັບຫຼາຍໆບັນຫາ ເຊັ່ນ: ຮອດທ້າຍເດືອນ ເພິ່ນກໍ່ຈະກັງວົນວ່າເຮັດແນວໃດ ຈະມີເງິນຈ່າຍໃຫ້ແກ່ພະນັກງານ, ຈະເຮັດໃຫ້ຍອດຂາຍ ໄດ້ດີກວ່າເດືອນທີ່ຜ່ານມາໄດ້ຈັງໃດ, ຫຼື ຈະເຮັດແນວໃດ ໃຫ້ມີຕົ້ນທຶນການຜະລິດຫຼຸດລົງ, ຫຼື ມີກຳໄລ ຫຼາຍໆ. ນອກນັ້ນ ພວກທີ່ເປັນຫົວໜ້າຍັງອາດເຈັບຫົວກັບພະນັກງານ ທີ່ບໍ່ປະຕິບັດລະບຽບ, ຫຼື ບໍ່ຕັ້ງໃຈເຮັດວຽກສົມກັບ ເງິນເດືອນ ທີ່ຈ້າງມາຈົນເປັນເຫດໃຫ້ບໍ່ສາມາດສຳເລັດ ວຽກງານ ຫຼືໂຄງການຕາມທີ່ໄດ້ວາງແຜນໄວ້ …… ..ຕ່າງໆນາໆ. ການຜິດພາດເຮັດໃຫ້ທຸລະກິດອາດພົບກັບການລົ້ມລະລາຍ. ນາຍບາງຄົນມີຄວາມກົດດັນຫຼາຍ ຈົນກາຍເປັນຄົນປ່ວຍທາງຈິດກໍ່ເປັນໄດ້.
ສຳລັບພະນັກງານແລ້ວ ຈະເຮັດແນວໃດ ໃຫ້ສາມາດປະຕິບັດວຽກງານ ໃນສະພາບການທີ່ ຫົວໜ້າມີແນວຄວາມຄິດ ແປປວນງ່າຍ.
ບໍ່ວ່າອາລົມນາຍຈະເປັນແນວໃດ, ລູກນ້ອງກໍ່ຕ້ອງໄດ້ສືບຕໍ່ປະຕິບັດວຽກງານໃຫ້ສຳເລັດ ໂດຍທີ່ບໍ່ຈຳເປັນ ຕ້ອງໄດ້ມີອາລົມຮ່ວມກັບຄວາມກັງວົນຂອງຫົວໜ້າໃນແຕ່ລະວັນ. ດັ່ງນັ້ນ ຈະມີວິທີໃດບໍ່ທີ່ ຈະເຮັດໃຫ້ທ່ານ ບໍ່ໄດ້ຮັບຜົນກະທົບ ໃດໆຈາກອາລົມເສຍ ຂອງເຈົ້ານາຍ?
ຂ້າພະເຈົ້າກໍ່ເຄີຍຕົກໃນສະພາບການ ໃນເວລາທີ່ເຈົ້ານາຍບໍ່ສາມາດຄຸມອາລົມ ແລະ ສິ່ງລົບກວນທາງຈິດ ແລະ ກໍ່ມາ ລະບາຍໃສ່ກັບລູກນ້ອງ ໂດຍສະເພາະແລ້ວແມ່ນຕົວຂ້າພະເຈົ້າເອງ. ຕອນຕົ້ນໆກໍ່ຮູ້ສຶກບໍ່ດີ ເພາະບໍ່ໄດ້ຮັບຜິດຊອບ ຫຼື ບາງຄັ້ງກໍ່ຮູ້ສຶກວ່າ ມັນເປັນເລື່ອງທີ່ບໍ່ກ່ຽວກັບຕົນເອງເລີຍ ເປັນຫຍັງຈຶ່ງຕ້ອງມາລົງໃສ່ກັນ. ແຕ່ໃນຫຼັງໆມານີ້ ຂ້າພະເຈົ້າໄດ້ສຶກສາຫຼາຍຢ່າງ ໃນການຮັບມືກັບອາລົມເສຍຂອງນາຍ ແລະ ກໍ່ນຳມາປະຕິບັດຈົນໄດ້ຜົນ. ຂ້າພະເຈົ້າບໍ່ຕ້ອງເປັນຮ້ອນເປັນຮົນ ແລະ ກໍ່ບໍ່ນຳອາລົມເສຍຂອງນາຍມາເປັນຂອງຂ້ອຍອີກຕໍ່ໄປ. ທ່ານໜ້າຈະລອງນຳໃຊ້ເຕັກນິກເຫຼົ່ານີ້ເບິ່ງ.
ຢ່າປ່ອຍໃຫ້ອາລົມເສຍຂອງນາຍເຂົ້າມາເຕີບໃຫຍ່ໃນຕົວທ່ານ ໃນເວລາທີ່ຫົວໜ້າຂອງທ່ານ ເຂົ້າມາພົບໃນຫ້ອງ ອາດຈະປະກາດໃຫ້ທຸກຄົນຮັບຊາບທັນທີວ່າ ວຽກງານທີ່ເຮັດມີ ຄວາມຫຼ້າຊ້າຫຼາຍ ຈົນຈະບໍ່ທັນກັບແຜນການວາງໄວ້, ຈະບໍ່ໄດ້ດັ່ງຈຸດປະສົງຄາດໝາຍໄວ້, ແລະ ບໍ່ມີໃຜສືບຕໍ່ລາຍງານຄວາມຄືບໜ້າໃຫ້ຮັບຊາບເລີຍ, ຮູບແບບການເວົ້າວ່າແນວນັ້ນຂອງເຈົ້ານາຍ ມັນຈະເຮັດໃຫ້ພະນັກງານແຕ່ລະຄົນເລີ່ມ ມີອາລົມຄ້ອຍຕາມການເວົ້າ ຂອງຫົວໜ້າ. ພວກທ່ານຮູ້ສຶກບໍ່: ເວລາ ຫົວໜ້າມີຄວາມສຸກ ລູກນ້ອງກໍ່ມີຄວາມສຸກ ແລະ ເວລາ ຫົວໜ້າວຸ້ນວາຍ ລູກນ້ອງກໍ່ວຸ້ນວາຍ ເຊັ່ນດຽວກັນ. ການຮັບຟັງແຕ່ບໍ່ນຳຄຳເວົ້າເຫຼົ່ານັ້ນມາ ເປັນອາລົມຂອງຈະເຮັດໃຫ້ເປັນສຸກຂຶ້ນ.
ໃຫ້ທ່ານຈົດຈຳໄວ້ວ່າ ຫົວໜ້າອາລົມເສຍ ມັນບໍ່ແມ່ນໜ້າທີ່ເຈົ້າຕ້ອງໄດ້ອາລົມເສຍນຳ ພຽງແຕ່ປະຕິບັດໜ້າທີ່ໃຫ້ດີທີ່ສຸດ.
ຈະເຮັດແນວນັ້ນໄດ້ແນວໃດ? ຈະເລີ່ມຄິດທາງບວກໄດ້ແນວໃດ ໃນສະຖານະການດັ່ງກ່າວ. ຖ້າເຈົ້ານາຍມີອາລົມເສຍ ກັບໂຄງການທີ່ບໍ່ມີການລາຍງານຄວາມຄືບໜ້າເປັນປະຈຳໃຫ້ລາວໄດ້ຮັບຊາບ, ຖ້າຫາກທ່ານບໍ່ໄດ້ຢູ່ໃນໂຄງການ, ທ່ານກໍ່ບໍ່ຄວນນຳຄຳເວົ້າມາເປັນອາລົມ. ຖ້າຫາກທ່ານມີສ່ວນຮ່ວມໃນໂຄງການມັນກໍ່ແມ່ນໜ້າທີ່ຂອງຫົວໜ້າໂຄງການທີ່ຕ້ອງໄດ້ພິຈາລະນາ.
ສາເຫດທີ່ເຮັດໃຫ້ຜູ້ຈັດການໂຄງການບໍ່ປະຕິບັດໜ້າທີ່ຕາມທີ່ເຈົ້ານາຍທ່ານຕ້ອງການ ມັນກໍ່ເປັນ ບັນຫາທີ່ວ່າໂຄງການ ແລະ ບູລິມະສິດການເຮັດວຽກງານ ເປັນໜ້າທີ່ທີ່ຜູ້ຈັດການຕ້ອງໄດ້ປະຕິບັດ. ດັ່ງນັ້ນ, ຖ້າຫົວໜ້າອາລົມເສຍຍ້ອນບັນຫາດັ່ງກ່າວ ທ່ານກໍ່ບໍ່ຄວນໃຫ້ອາລົມຂອງເຈົ້ານາຍ ມາເປັນຂອງເຈົ້າ.
ໃຫ້ເບິ່ງທີ່ສາເຫດ ໃຫ້ທ່ານຕັ້ງໃຈເບິ່ງພຶດຕິກຳຂອງຫົວໜ້າ ວ່າອັນໃດເຮັດໃຫ້ລາວອາລົມເສຍ, ແລະ ພິຈາລະນາແຕ່ລະເຫດການ. ເຊັ່ນ: ຫົວໜ້າທ່ານມັກມີອາລົມເສຍໃນເວລາກ່ອນລາຍງານປະຈຳອາທິດໃຫ້ຈະມາເຖິງ? ຫຼື ເວລາອາຫານທ່ຽງ, ຫຼື ໃນ ເວລາທີ່ລາວເລັ່ງໃຫ້ສຳເລັດວຽກງານ ໃກ້ເວລາເລີກການ ເພື່ອໄປຮັບລູກທີ່ໂຮງຮຽນ ຫຼື ລາວມັກມີອາລົມເສຍນັບແຕ່ເຊົ້າຈົນຮອດເວລາທີ່ລາວດື່ມກາເຟໄປແລ້ວ 2-3 ຈອກ.
“ທ່ານບໍ່ສາມາດຄວບຄຸມແນວຄວາມຄິດຂອງຫົວໜ້າໄດ້ – ແຕ່ທ່ານສາມາດຄວບຄຸມວິທີການສະແດງທ່າທາງຂອງຕົນເອງໄດ້.”
ບໍ່ວ່າຈະນອນໃນສະຖານະການແນວໃດ, ຖ້າຫາກທ່ານສາມາດຈັບຈຸດໄດ້ວ່າ ເວລາໃດ ແລະ ສາເຫດໃດທີ່ ມັກເຮັດໃຫ້ລາວມີອາລົມເສຍແລ້ວ ທ່ານຈະສາມາດແກ້ບັນຫາໄດ້ງ່າຍຂຶ້ນ ຫຼື ຫາທາງຫຼີກລ່ຽງ ຊ່ວງເວລານັ້ນຈົນກວ່າມັນຈະຜ່ານໄປ. ເຊິ່ງມັນຈະນຳທ່ານໄປສູ່:
ຫຼີກລ່ຽງຖ້າເປັນໄປໄດ້ ໂດຍສະເພາະເວລາທີ່ທ່ານຮູ້ສາເຫດຂອງການມີອາລົມເສຍຂອງຫົວໜ້າ, ຫຼື ຖ້າຫາກທ່ານບໍ່ຮູ້ກໍ່ຕາມ, ສິ່ງທີ່ຖືກແທ້ແນ່ນອນກໍ່ຄືການຫຼີກລ່ຽງໃນເວລາຫົວໜ້າມີອາລົມເສຍ ໃນເວລາອັນສົມຄວນ ແລະ ໃນຍາມເປັນໄປໄດ້.
ແລະຈະເຮັດແນວໃດ ຖ້າທ່ານບໍ່ສາມາດອອກມາຈາກສະຖານະການດັ່ງກ່າວ. ເຊັ່ນ ວ່າໃນກໍລະນີ ທີ່ທ່ານກຳລັງລາຍງານ ຫຼື ມີຕາຕະລາງເຂົ້າພົບປະ ເພື່ອຕອບຄຳຖາມອັນສຳຄັນ ແລະ ຮີບດ່ວນ ແບບໜ້າຕໍ່ໜ້າ ກັບລາວ … ມັນເປັນສະຖານະການທີ່ຫຼີກຍາກຫຼາຍ. ຖ້າຫາກຕົກໃນກໍລະນີນີ້ ທ່ານກໍ່ອາດຈະອ້າງວ່າມີ ວຽກອັນຈຳເປັນ ແລະ ຕ້ອງສົ່ງຂໍ້ມູນ ແລະ ຄຳຖາມ ຫຼື ຄຳຕອບຜ່ານທາງອີເມວ ແລະ ກໍ່ແຈ້ງວ່າຈະເຂົ້າມາລາຍງານດ່ວນໃນເວລາແລ້ວພາລະກິດດັ່ງກ່າວ.
ແນ່ນອນ ອາດມີຫຼາຍໆທາງໃນການຫຼີກລ່ຽງ ສະພາບການດັ່ງກ່າວ ແຕ່ການປະເຊີນໜ້າ ບໍ່ໄດ້ເຮັດໃຫ້ສະຖານະພາບອາລົມຂອງຫົວໜ້າດີຂຶ້ນ.
ບໍ່ໃຫ້ຕີລາຄາວ່າ ບັນຫາເປັນສາເຫດເກີດມາຈາກທ່ານແຕ່ຜູ້ດຽວ ໃນເວລາທີ່ທ່ານຕົກໃນສະຖານະການ ທີ່ຫົວໜ້າກຳລັງມີອາລົມເສຍໃນຫ້ອງການ, ມັນເປັນການກະຕຸ້ນໃຫ້ທ່ານ ຕ້ອງໄດ້ຟ້າວຟັ່ງ ເຮັດວຽກເພື່ອບັນທອນອາລົມຮຸນແຮງຂອງຫົວໜ້າລົງ.
ໃຫ້ທ່ານຄຳນຶງໄວ້ວ່າ:ຫົວໜ້າອາດມີບັນຫາອັນເກີດມາຈາກໃນຕົວຂອງເພິ່ນເອງ. ເຊັ່ນ ຫົວໜ້າ ອາດຈະມີການເຝິກອົບຮົມຫຼັກສູດຄວາມສາມາດໃນການບໍລິຫານງານແບບສັ້ນໆ. ມັນອາດເປັນຍ້ອນວ່າລາວດຳເນີນ ໂຄງການໃຫຍ່ເກີນໄປຈົນເຮັດໃຫ້ລາວບໍ່ສາມາດ ປະຕິບັດວຽກງານຮ່ວມກັບອ້າຍນ້ອງໄດ້ທັນກັບເວລາ. ຫຼື ລາວອາດມີປັນຫາສ່ວນຕົວອັນເນື່ອງມາຈາກສະພາບຄອບຄົວ ຫຼື ປະສົບການໃນຍາມເດັກ ແລະ ສິ່ງດັ່ງກ່າວນີ້ ມັນເປັນຜົນກະທົບຕໍ່ກັບພຶດຕິກຳ ແລະ ການເຮັດວຽກໃນຫ້ອງການຂອງລາວ.
ຖ້າຫາກອາລົມຂອງຫົວໜ້າ ບໍ່ສາມາດຫຼີກລ່ຽງການປະເຊີນໜ້າໄດ້ແລ້ວ, ທ່ານກໍ່ຄວນກຽມພ້ອມປະເຊີນໜ້າກັບ ສະຖານະການນັ້ນໆ, ແຕ່ທ່ານຕ້ອງແນ່ໃຈວ່າ ທ່ານສະແດງທ່າທາງທີ່ອ່ອນນ້ອມ ແລະ ມີສະຕິ ຄວບຄຸມພຶດຕິກຳຂອງຕົນເອງ ໃນຂະນະທີ່ປະເຊີນໜ້າກັບສະຖານະການ.
ຕົວຢ່າງ, ຫາກເຈົ້ານາຍໃຈຮ້າຍ ກ່ຽວກັບໂຄງການຂະໜາດໃຫຍ່ ທີ່ບໍ່ດຳເນີນໄປຕາມແຜນແລ້ວ, ໃຫ້ທ່ານຕອບໄປວ່າ: ຂ້ອຍເຫັນໄດ້ຄວາມກັງວົນທີ່ຫົວໜ້າມີ. ມີຫຍັງທີ່ຊ່ວຍໄດ້ບໍ່ ຍິນດີເຕັມທີ່. ແຕ່ຖ້າຫາກຫົວໜ້າ ເບິ່ງດ້ວຍສາຍຕາທີ່ບໍ່ມັກກັບຄຳເວົ້າທີ່ທ່ານຫາກໍ່ເວົ້າອອກໄປແລ້ວ ທ່ານຄິດວ່າ ຄວນຈະເຮັດແນວໃດດີຕື່ມອີກ?
ເຖິງວ່າຫົວໜ້າອາດຈະບໍ່ເຂົ້າໃຈວ່າ ສິ່ງທີ່ທ່ານພະຍາຍາມສະແດງຄວາມເຂົ້າໃຈ ເປັນວິທີທີ່ຄົນມີວັດທະນະທຳໃຊ້ລົມກັນແລ້ວ, ມັນກໍ່ເປັນການສະແດງໃນທາງອ້ອມວ່າ ລາວບໍ່ມີຄວາມສາມາດ ໃນການສະແດງການສື່ສານທີ່ເປັນຜົນໄດ້.
ທ່ານ ບໍ່ສາມາດຄວບຄຸມແນວຄວາມຄິດ ຂອງຫົວໜ້າໄດ້-ແຕ່ທ່ານສາມາດຄວບຄຸມ ວິທີການສະແດງທ່າທາງຂອງຕົນເອງໄດ້. ຄຳແນະນຳສຸດທ້າຍກໍ່ຄື ໃຫ້ເຮັດຕົນເອງເປັນຄົນມີວັດທະນະທຳທີ່ສຸດ, ຄິດດີ ແລະ ເຮັດວຽກເລື້ອຍໆໄປ.
ເຄີຍເຈິສະຖານະການເຈົ້ານາຍອາລົມເສຍໃສ່ບໍ່? ທ່ານມີວິທີຮັບມືແນວໃດໃຫ້ຜ່ານພົ້ນໄປໄດ້? ມາເລົ່າສູ່ຟັງແດ່! 👇