ທຸກວັນ, ຄົນທົ່ວສາລະທິດ ຕ່າງຮີບຟ້າວອອກເດີນທາງສູ່ຈຸດໝາຍໃຫ້ທັນກັບເວລາ. ປະລິມານລົດຂະຫຍາຍຕົວຢ່າງວ່ອງໄວ. ສະແດງ ວ່າຄົນໃນເຂດຕົວເມືອງມີລາຍຮັບສູງຂຶ້ນ. ແຕ່ສະພາບການເດີນທາງທີ່ແອອັດໄດ້ສ້າງຄວາມລຳຄານໃຈແກ່ຄົນລາວບໍ່ແມ່ນໜ້ອຍ. ລົດຕິດຕາມສີ່ແຍກ ທີ່ບໍ່ມີໄຟແດງ ໃນຍາມໂມງເຂົ້າການ ເປັນສິ່ງທີ່ມັກພົບເຫັນ. ແມ່ນແຕ່ເສັ້ນທາງທີ່ ມີໄຟແດງກໍ່ຍັງຕິດເພາະມັກມີຄັນທີ່ລ່ວງໄຟແດງ ຈົນເຮັດໃຫ້ຄິວໄປຂອງຄັນອື່ນໝົດໄປ ແລະ ເຮັດໃຫ້ເກີດມີຄວາມສັບສົນ ຫາກວ່າບໍ່ມີຕຳຫຼວດຈາລະຈອນປະຈຳທາງ. ໂດຍສະເພາະແມ່ນເວລາເກີດອຸບັດຕິເຫດ, ຄົນຂັບກໍ່ມັກຈະມາໄກ່ເກ່ຍບັນຫານຳທາງ ຈົນກວ່າປະກັນໄພຈະມາເຖິງ. ລົດທີ່ຈອດຄ້າງ ກໍ່ພາໃຫ້ລົດຄັນອື່ນບໍ່ສາມາດໄປໄດ້ສະດວກ. ຮ້າຍແຮງໄປກວ່ານັ້ນ, ບໍ່ສາມາດໄປໄດ້ເລີຍ ໃນບາງກໍລະນີທີ່ຮ້າຍແຮງ.
ແຕ່ລະຄົນຕ່າງມີຄວາມຮີບຮ້ອນເພື່ອຈະໄປໃຫ້ທັນເວລາ ແຕ່ການບໍ່ເຄົາລົບກົດຈະລາຈອນ ຍິ່ງພາໃຫ້ທຸກຄົນຊັກຊ້າໄປພ້ອມກັນ. ເກີດອຸບັດຕິເຫດ ໂດຍສະເລ່ຍຕາມປະຊາກອນລາວ ແມ່ນຕິດອັນດັບຕົ້ນໆຂອງເຂດອາຊຽນ. ໃນນັ້ນ, ຄົນຂີ່ລົດຈັກ ແລະ ລົດຖີບເປັນເຫຍື່ອຂອງເຫດການ.
“ແທນທີ່ຈະຖ້າໃຫ້ມີສິ່ງອຳນວຍຄວາມສະດວກແກ່ການສັນຈອນຫຼາຍຂຶ້ນ, ປະຊາຊົນລາວເຮົາຄວນມາສ້າງນໍ້າໃຈການຂັບຂີ່. ໃນຫຼາຍໆກໍລະນີທີ່ພົບສາເຫດຂອງລົດຕິດແມ່ນຍ້ອນຄົນເຮົາບໍ່ປະຕິບັດລະບຽບ…”
ແທນທີ່ຈະຖ້າໃຫ້ມີສິ່ງອຳນວຍຄວາມສະດວກແກ່ການສັນຈອນຫຼາຍຂຶ້ນ, ປະຊາຊົນລາວເຮົາຄວນມາສ້າງນໍ້າໃຈການຂັບຂີ່. ໃນຫຼາຍໆກໍລະນີທີ່ພົບສາເຫດຂອງລົດຕິດແມ່ນຍ້ອນຄົນເຮົາບໍ່ປະຕິບັດລະບຽບ, ເຊັ່ນ: ຈອດບໍ່ເປັນບ່ອນ, ໄປໃນທາງທີ່ບໍ່ແມ່ນທາງຕົນເອງ, ລ່ວງໄຟແດງ. ສິ່ງນີ້ມັກພາໃຫ້ເກີດມີອຸບັດຕິເຫດ, ແລະ ການສັນຈອນຍິ່ງສັບສົນ ແກ່ຄັນທີ່ມີລະບຽບ. ແນ່ນອນ ເປັນສາເຫດຂອງການເກີດອຸບັດຕິເຫດ. ຕາມປະສົບການໄປຕ່າງປະເທດ, ຫົນທາງເຂດເມືອງເກົ່າກໍ່ບໍ່ໄດ້ໃຫຍ່ກວ່ານະຄອນຫຼວງວຽງຈັນປານໃດ, ແຕ່ການສັນຈອນ ແລະ ລະບົບການຂັບຂີ່ເປັນລະບຽບຫຼາຍ.
ເບິ່ງຄືວ່າຈະເສຍເວລາ ຫາກເຮົາຈະປ່ອຍໃຫ້ຄົນອື່ນໄປກ່ອນ, ໂດຍສະເພາະໃນຊ່ວງເວລາທີ່ຮີບດ່ວນ, ແຕ່ການມີນ້ຳໃຈຮ່ວມທາງເດີນ ຈະເຮັດໃຫ້ທຸກຄົນເຖິງທີ່ໝາຍໄດ້ຢ່າງປອດໄພ ແລະ ເປັນລະບຽບຮຽບຮ້ອຍ.
ທ່ານຄິດວ່າການຈະແກ້ໄຂບັນຫາລົດຕິດ ແລະ ອຸບັດຕິເຫດຕາມທ້ອງຖະໜົນ ຄວນເລີ່ມຕົ້ນຈາກຈຸດໃດກ່ອນໝູ່? 👇