ເຈົ້າມາແຕ່ໃສ? ເປັນຄຳຖາມທີ່ຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໝາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ.
NorKhame1.0
-
-
ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ້. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂຶ້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ. ຫຼາຍໆຄົນພະຍາຍາມຫຼີກລ່ຽງການລົ້ມລະລາຍ ແຕ່ມີຫຼາຍໆຄົນໄດ້ພົບ ກັບການລົ້ມລະລາຍ ເປັນ ຊ່ວງໄລຍະເວລາໃດໜຶ່ງ …
-
ການສຶກສາມີຄວາມສຳຄັນ ແຕ່ການສຶກສາລະດັບໃດຈະເຮັດໃຫ້ຄົນປະສົບຜົນສຳເລັດນັ້ນ ເປັນສິ່ງທີ່ ຍັງບໍ່ທັນມີຄຳຕອບ. ແຕ່ມີນັກວິທະຍາສາດ, ນັກຄອມພິວເຕີ, ນັກຂຽນ ທີ່ບໍ່ໄດ້ ຮຽນ ຈົບການສຶກສາລະດັບສູງຂັ້ນປະລິນຍາ ແຕ່ມີຄວາມສາມາດໃນການ ດຳເນີນທຸລະກິດ ຫຼື ປະກອບອາຊີບ ຈົນເປັນທີ່ຮັບຮູ້ຂອງສັງຄົມໃນວົງກວ້າງ.
-
ບັນຫາສັງຄົມທີ່ເກີດຂຶ້ນ ກໍ່ແມ່ນຄົນເປັນຄົນສ້າງ. ເຊັ່ນ: ບັນຫາຢາເສບຕິດ, ການໜີໂຮງຮຽນ, ການປຸ້ນຈີ້ ແລະ ອື່ນໆ. ຕໍ່ກັບການປະພຶດທີ່ບໍ່ດີ ເປັນໝາກຜົນຂອງການຂາດສ້າງຈິດສຳນຶກທີ່ດີ ໃຫ້ແກ່ເດັກ. ຈະເວົ້າໄດ້ວ່າທຸກໆຄົນນັ້ນເກີດມາ ບໍ່ໄດ້ເປັນຄົນຊົ່ວຫຼືດີ. ການບົ່ມສອນ ແລະ …
-
ໃນທ່າມກາງຊີວິດອັນມືດມິດ, ຈະມີແສງສະຫວ່າງ ” ແຕ່ກໍລະນີການຖືພາແບບບໍ່ໄດ້ຕັ້ງໃຈນັ້ນ ເປັນຄວາມມືດມົນທີ່ສຸດອັນໜຶ່ງ. ທຸກໆການຕັດສິນໃຈ ຊີ້ບອກອະນາຄົດຂອງຄົນທີ່ມີບັນຫາ ແລະ ຕັດສິນຊີວິດຂອງຄົນທີ່ຍັງບໍ່ທັນເຫັນໂລກ.
-
ບໍ່ເບິ່ງໃນສິ່ງທີ່ຕົນເອງຂາດ, ເບິ່ງໃນສິ່ງທີ່ທ່ານມີ ເພາະມັນຈະເຮັດໃຫ້ທ່ານ ຮູ້ວ່າຕົນເອງບໍ່ໄດ້ດ້ອຍກວ່າ ໃຜ. ທຸກໆຄົນ ມີແນວດີ ທ່ານຕ້ອງເບິ່ງຈຸດນັ້ນໃຫ້ອອກແລ້ວ ນຳໃຊ້ທັກສະໃນການສ້າງໃຫ້ກາຍເປັນຈຸດເດັ່ນ.
-
ອີກຄັ້ງທີ່ລາວບໍ່ໄດ້ຫຼຽນຈາກໂອລຳປິກ. ບໍ່ແມ່ນເລື່ອງດີ ແຕ່ບໍ່ແມ່ນເລື່ອງແປກ. ປີນີ້ ມີຫຼາຍປະເທດ ເລີ່ມໄດ້ຫຼຽນເປັນຄັ້ງທຳອິດ. ສິ່ງນີ້ໜ້າຈະເປັນປິດສະໜາ ຝາກໄວ້ນຳຄົນລາວທຸກໆລ້ານເພື່ອຮ່ວມກັນຄິດເຮັດໃຫ້ເພງຊາດລາວດັງ ແລະ ທຸງຊາດປິວສະບັດທີ່ໂອລຳປິກ.
-
ສັງຄົມ “ ໄຮໂຊ ” ຫຼື ສັງຄົມຊັ້ນສູງ ມາຈາກຊື່ເຕັມພາສາອັງກິດ “ High Society ” ເປັນຮູບແບບການຈັດລະດັບຊົນຊັ້ນ ອີງຕາມບົດບາດທາງສັງຄົມ ແລະ ການເງິນ. …
-
ໃນນາມທັດສະນະສ່ວນຕົວແລ້ວບໍ່ໄດ້ເຂົ້າຂ້າງຝ່າຍໃດ ແລະ ກໍ່ບໍ່ໄດ້ໃສ່ຮ້າຍໃຜ ແຕ່ການໃຫ້ຂໍ້ຄິດຂອງຂ້າພະເຈົ້າເນັ້ນທີ່ ການສ້າງສັງຄົມແບບເປັນສຸກ. ມີຫຼາຍໆຂໍ້ຄວາມໃນສອງທິດຜ່ານມາ ຜູ້ຊາຍຫຼາຍຄົນທີ່ເປັນຄົນຮູ້ຈັກມັກເຂົ້າມາລົມ ຫຼື ຂຽນມາຫາທາງສື່ອອນລາຍວ່າ: ເປັນຫຍັງ ຄືສົ່ງເສີມແຕ່ແມ່ຍິງແທ້? ເຊັ່ນຫົວຂໍ້: ເຫັນໃຈນາງ. ເມື່ອຕົ້ນອາທິດກໍ່ຂຽນ ຄ່າຂອງຊາຍ …
-
ຄວາມຮັກເຮັດໃຫ້ຄົນຕາບອດ. ໄດ້ຍິນຄຳນີ້ມານັບບໍ່ຖ້ວນ. ນິຍາມຂອງຄວາມຮັກນັ້ນມີຫຼາຍ ແລະ ສາເຫດຂອງການຕົກຫຼຸມຮັກກໍ່ມີຫຼາຍໆນັກວິໄຈໄດ້ເຮັດມາ. ຈຸດເລີ່ມຕົ້ນຂອງຄວາມຮັກສອງຄົນ ໜ້າຈະແມ່ນຕອນແຕ່ງດອງ.