ສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ສຶກສາຈາກປຶ້ມ ແມ່ ແລະ ເດັກ ຫົວໜຶ່ງ ທີ່ເວົ້າກ່ຽວກັບການກິນແລະ ເບິ່ງແຍງຮ່າງກາຍຂອງແມ່ແລະເດັກໃນ ຕອນຖືພານັ້ນ ເຮັດໃຫ້ແມ່ມີໂອກາດສ້າງສາຍພົວພັນ ແລະ ສະແດງຄວາມຮັກ ແບບຕົວຕໍ່ຕົວໄດ້ດີກວ່າພໍ່.
NorKhame1.0
-
-
“ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ. ການພັກໄລຍະຍາວ ເປັນໂອກາດເຮັດໃຫ້ຄົນລືມເປົ້າໝາຍການເຮັດວຽກ,ເປົ້າໝາຍທຸລະກິດ ຫຼື ແຮງບັນດານໃຈ. ຈະເຮັດແນວໃດໃຫ້ ມີຄວາມກະຕືລືລົ້ນເຮັດວຽກ ພາຍຫຼັງການພັກຍາວ”
-
ຈະຫາຄະນະບໍລິຫານງານທີ່ມີຄວາມສາມາດໄດ້ຈາກໃສ ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ. ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.
-
ຂອບໃຈສະເໝີທີ່ ທຸກໆຄັ້ງມີຄົນຂໍຄຳປຶກສາ ຫຼື ແນວຄວາມຄິດ ເພາະຂ້າພະເຈົ້າຖືວ່າເຂົາເຈົ້າ ໃຫ້ການໄວ້ວາງໃຈ. ສິ່ງໜຶ່ງທີ່ຫຼາຍໆຄົນມັກມາປຶກສາແມ່ນກ່ຽວກັບບັນຫາສ່ວນຕົວ, ຊີວິດທົ່ວໄປ ຫຼື ຄວາມຮັກ. ແນວໃດກໍ່ຕາມຮູບແບບການປຶກສາ ດັ່ງກ່າວ ຈະບໍ່ເກັບຄ່າບໍລິການ ຖືວ່າເປັນການ ສະແດງທັດສະນະສ່ວນຕົວທີ່ບໍ່ມີຄວາມເປັນມືອາຊີບເມື່ອທຽບໃສ່ກັບຄວາມຮູ້ວິຊາການອື່ນໆທີ່ຮຽນມາ.
-
ນັບແຕ່ລົງຍົນ ເປັນຊ່ວງເວລາທີ່ເມື່ອຍຫຼາຍ ຍ້ອນການເດີນທາງທີ່ໃຊ້ເວລານັບສິບຊົ່ວໂມງ ແຕ່ບໍ່ຢາກພັບສາຍຕາເພາະຢ້ານຈະພາດໂອກາດເຫັນຄວາມງົດງາມ, ມີລະບຽບ ແລະ ຫົນທາງການຮຽນຮູ້ສິ່ງຕ່າງໆຈາກສັງຄົມຄົນຍີ່ປຸ່ນ ທີ່ຖືວ່າຈະເລີນທີ່ສຸດໃນຍຸກປະຈຸບັນ.
-
ນັກຈິດຕະວິທະຍາໄດ້ຄົ້ນພົບວ່າ ໃນຂະບວນການສ້າງຄວາມຊົງຈຳຂອງມະນຸດ ໄດ້ແບ່ງອອກເປັນ ສາມພາກສ່ວນຄື: (1) ການແກະລະຫັດ, (2) ເກັບກຳ, ແລະ (3) ຮຽກກັບຄືນ.
-
ຕາມທຳມະຊາດແລ້ວ, ຍິງ ແລະ ຊາຍສາມາດ ໃຫ້ກຳເນີດຊີວິດໃໝ່ໄດ້ເລີ່ມແຕ່ຕອນອາຍຸ 13 ປີ. ເວົ້າໄດ້ວ່າໃຜໆກໍ່ເປັນພໍ່ໄດ້ແຕ່ອາຍຸຍັງນ້ອຍ ແຕ່ຄວາມເປັນພໍ່ຄົນນັ້ນຕ້ອງໄດ້ເຝິກຝົນ. ຂ້າພະເຈົ້າເປັນຄົນໜຶ່ງຕິດຕາມ ແລະ ພະຍາຍາມດັດຕົນເອງ ຈາກຊີວິດໂສດໃຫ້ກາຍເປັນພໍ່ທີ່ດີໄດ້.
-
“ຄວາມເປັນເລີດຈະບໍ່ເກີດຂຶ້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂຶ້ນມາໃນໂລກ ມັນຈະເກີດຂຶ້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ ”
-
ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ. ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນ ຄວາມໝັ້ນຄົງຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະຫຍາຍຕົວໄລຍະຍາວ.
-
ເບິ່ງນັກກິລາລາວ ສຳລັບຄົນພິການ ແລ້ວມີແຮງບັນດານໃຈຫຼາຍ. ເພາະເຫັນເຂົາເຈົ້າໄດ້ສະແດງ ຄວາມສາມາດໃນກິລາຕ່າງໆ ເຖິງວ່າຈະມີຮ່າງກາຍບໍ່ສົມບູນແບບ.